ທ່ານ ຣູບິໂອ ເຕືອນຊິຣີ ປະເທດອາດລົ້ມສະຫລາຍ ແລະ ຜະເຊີນສົງຄາມກາງເມືອງເຕັມຮູບແບບໃນມໍ່ໆນີ້

ທ່ານ ມາໂກ ຣູບິໂອ ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ ຕອບຄໍາຖາມຄະນະກໍາມາທິການການພົວພັນຕ່າງປະເທດຂອງວຸດທິສະພາ ໂດຍຊີ້ແຈງເຫດຜົນການຕັດສິນໃຈຂອງປະທານາທິບໍດີ ໂດນັລ ທຣໍາ ໃນການຍົກເລີກມາດຕະການຂວໍ້າບາດຊິຣີທີ່ມີມາກວ່າ 14 ປີຢ່າງກະທັນຫັນ ໃນອາທິດຜ່ານມາ ເນື່ອງຈາກຄວາມກັງວົນຕໍ່ຜົນປະເມີນທີ່ຊີ້ວ່າ: ການປ່ຽນຜ່ານອໍານາດລັດຖະບານຂອງຊິຣີ ກໍາລັງຜະເຊີນຄວາມທ້າທາຍຫລາຍປະການ ເຊິ່ງອາດສົ່ງຜົນເຮັດໃຫ້ປະເທດຊິຣີຜະເຊີນການລົ້ມສະຫລາຍ ແລະ ສົງຄາມກາງເມືອງເຕັມຮູບແບບຄັ້ງໃຫຍ່ໃນມໍ່ໆນີ້.
ໂດຍທ່ານ ຣູບິ ຊີ້ວ່າ: ມີຫລາຍປະເທດຕ້ອງການສົ່ງມອບການຊ່ວຍເຫລືອແກ່ລັດຖະບານໃໝ່ຂອງຊິຣີ, ແຕ່ກັງວົນຈະຜະເຊີນມາດຕະການຂວໍ້າບາດຂອງອາເມລິກາ.
ທັງນີ້, ທ່ານ ທຣໍາ ປະກາດການຕັດສິນໃຈຍົກເລີກຂວໍ້າບາດຊິຣີ ລະຫວ່າງການຢ້ຽມຢາມຕາເວັນອອກກາງໃນອາທິດຜ່ານມາ ໂດຍທ່ານຍັງໄດ້ພົບປະກັບທ່ານ ອາເໝັດ ອັລຊາຣາ ປະທານາທິບໍດີຊິຣີຄົນໃໝ່ ແລະ ອະດີດຜູ້ນໍາກຸ່ມອັລກໍອິດະ ທີ່ນໍາພາກອງກໍາລັງກະບົດບຸກຢຶດອໍານາດຈາກລັດຖະບານທ່ານ ບາຊາ ອັລ-ອັສຊາດ ໃນເດືອນທັນວາປີຜ່ານມາ.
ອ້າງອີງ:

