5 ສາເຫດທີ່ເຮັດໃຫ້ຜົມຫລົ່ນ

  1. ການປ່ຽນແປງຂອງລະດັບຮໍໂມນເຊັ່ນ: ຮໍໂມນແອນໂດຣເຈັນ (Androgens) ເຊິ່ງເປັນຮໍໂມນເພດທີ່ຜະລິດຂຶ້ນທັງຮ່າງກາຍຜູ້ຍິງ ແລະ ຜູ້ຊາຍ ໃນລະດັບຜິດປົກກະຕິ.
  2. ການຂາດໂປຣຕີນ

ຖ້າຫາກຮ່າງກາຍໄດ້ຮັບໂປຣຕີນຈາກອາຫານບໍ່ພຽງພໍ. ຮ່າງກາຍກໍຈະເກັບໂປຣຕີນໄວ້ໃຊ້ຕາມອະໄວຍະວະທີ່ສຳຄັນ ຈຶ່ງນຳໂປຣຕີນໄປໃຊ້ລ້ຽງເສັ້ນຜົມໄດ້ໜ້ອຍລົງ ເຮັດໃຫ້ຂະບວນການຂອງເສັ້ນຜົມຜິດປົກກະຕິ ແລະ ຫລົ່ນງ່າຍຂຶ້ນ.

  1. ການໃຊ້ຢາບາງຊະນິດ ແລະ ໃຊ້ຢາສະຜົມທີ່ໜັກຕໍ່ຜົມ.

ຢາບາງຊະນິດອາດມີຜົນຂ້າງຄຽງເຮັດໃຫ້ຜົມຫລົ່ນຊົ່ວຄາວ ເຊັ່ນ: ຢາເຄມີບຳບັດທີ່ໃຊ້ຮັກສາມະເຮັງ, ຢາຕ້ານການແຂງຕົວຂອງເລືອດ ແລະ ຍັງລວມໄປເຖິງຢາຄຸມບາງຊະນິດ,…

  1. ບັນຫາດ້ານສຸຂະພາບ ແລະ ມີຄວາມຄຽດຫລາຍ.

ເຊັ່ນ: ພູມແພ້, ພູມຄຸ້ມກັນຕໍ່າ, ເບົາຫວານ, ໄທລອຍ, ເລືອດຈາງເນື່ອງຈາກຂາດທາດເຫລັກ ດັ່ງນີ້ເປັນຕົ້ນ,..

  1. ການຍ້ອມສີຜົມ.

ແນ່ນອນວ່າການຍ້ອມສີຜົມ, ການດັດຜົມ, ການເປຍຜົມ, ການມັດຜົມແໜ້ນໆ, ການໃຊ້ຄວາມຮ້ອນກັບຜົມ ກໍລ້ວນແລ້ວແຕ່ເປັນປັດໄຈທີ່ທຳຮ້າຍເສັ້ນຜົມ ເຮັດໃຫ້ເສັ້ນຜົມອ່ອນແອລົງ ແລະ ຫລົ່ນງ່າຍຂຶ້ນ…

ບັນຫາອື່ນໆນໍາອີກ ໄດ້ແກ່: ອາຍຸທີ່ເພີ່ມຂຶ້ນ, ທາງກຳມະພັນ, ການຂາດວິຕາມິນບີ, ການໄດ້ຮັບວິຕາມິນເອຫລາຍເກີນໄປ, ການຕັ້ງຄັນ ຕັ້ງທ້ອງ(ມານລູກ), ການເກີດລູກດັ່ງນີ້ເປັນຕົ້ນ,…