ທ່ານ ມາຄຣົງ ກຽມຢ້ຽມຢາມອາຊຽນ ສະເໜີ ຝຣັ່ງ-ເອີຣົບ ເປັນພັນທະມິດແບບບໍ່ມີເງື່ອນໄຂແອບແຝງ ທ່າມກາງການແຂ່ງຂັນ ຈີນ-ອາເມລິກາ

ທ່ານ ເອັມມານູເອລ ມາຄຣົງ ປະທານາທິບໍດີຝຣັ່ງ ກຽມເດີນທາງຢ້ຽມຢາມອາຊີຕາເວັນອອກສຽງໃຕ້ ເພື່ອສະເໜີພາບພົດຂອງຝຣັ່ງ ແລະ ເອີຣົບ ໃນຖານະພັນທະມິດທີ່ໜ້າເຊື່ອຖື “ໂດຍບໍ່ມີເງື່ອນໄຂແອບແຝງ” ໃນໄລຍະທີ່ອາເມລິກາ ພາຍໃຕ້ການນໍາຂອງປະທານາທິບໍດີ ໂດນັລ ທຣໍາ ແລ ຈີນ ຕ່າງໃຊ້ນະໂຍບາຍທາງບຸກເພີ່ມຂຶ້ນໃນການສະແຫວງຫາອິດທິພົນໃນພາກພື້ນນີ້ ຕາມລາຍງານຈາກເຈົ້າໜ້າທີ່ຝຣັ່ງ.
ທ່ານ ມາຄຣົງ ມີກໍານົດເດີນທາງເຖິງນະຄອນຫລວງຮ່າໂນ້ຍ ໃນວັນທີ 25 ພຶດສະພາ ຖືເປັນການຢ້ຽມຢາມຫວຽດນາມໂດຍຜູ້ນໍາຝຣັ່ງຄັ້ງທໍາອິດໃນຮອບເກືອບ 10 ປີ ຈາກນັ້ນຈະເດີນທາງຕໍ່ໄປອິນໂດເນເຊຍ ແລະ ປິດທ້າຍແມ່ນສິງກະໂປ ເຊິ່ງທ່ານຈະຂຶ້ນກ່າວສູນທອນພົດໃນກອງປະຊຸມ Shangri-La Dialogue ເຊິ່ງເປັນເວທີຫາລືດ້ານຄວາມໝັ້ນຄົງທີ່ສໍາຄັນສຸດຂອງອາຊີ.
ເຈົ້າໜ້າທີ່ທໍານຽບປະທານາທິບໍດີຝຣັ່ງລະບຸວ່າ: ທ່ານ ມາຄຣົງ ຈະນໍາສະເໜີພາບພົດຂອງຝຣັ່ງ ແລະ ເອີຣົບໃນຖານະຜູ້ສະໜັບສະໜູນການຮ່ວມມືລະຫວ່າງປະເທດ ແລະ ການຄ້າເສລີທີ່ຢຶດຫລັກການກະຕິກາ ເຊິ່ງແຕກຕ່າງຈາກປະເທດມະຫາອໍານາດອື່ນໆ ທີ່ໃຊ້ນະໂຍບາຍແບບ “ບີບບັງຄັບ” ຫລື “ລ່າອານານິຄົມໃນຮູບແບບໃໝ່”.
ທັງນີ້, ຫວຽດນາມ ເຊິ່ງອາໄສການສົ່ງອອກໄດ້ຮັບຜົນກະທົບຈາກໄພຄຸກຄາມເລື່ອງການຂຶ້ນພາສີຈາກອາເມລິກາມາແລ້ວ, ຂະນະທີ່ຝຣັ່ງກໍາລັງພະຍາຍາມຫລຸດການອາໄສຈີນ ດ້ວຍການຫາຕະຫລາດ ແລະ ແຫລ່ງຈັດຫາສິນຄ້າທາງເລືອກໃໝ່.
ການຢ້ຽມຢາມຄັ້ງນີ້ຍັງເກີດຂຶ້ນຕໍ່ເນື່ອງຈາກຜູ້ນໍາຈີນ, ຍີ່ປຸ່ນ ແລະ ປະເທດເອີຣົບອື່ນໆ ໄດ້ເດີນທາງຢ້ຽມຢາມພາກພື້ນນີ້ໃນອາທິດຜ່ານມາ ສະທ້ອນເຖິງຄວາມສໍາຄັນທາງຍຸດທະສາດຂອງອາຊີຕາເວັນອອກສຽງໃຕ້ໃນຍຸກທີ່ຕ່ອງໂສ້ອຸປະທານ ແລະ ການຄ້າໂລກຍັງເຕັມໄປດ້ວຍຄວາມບໍ່ແນ່ນອນ.
ນອກຈາກນີ້, ທ່ານ ມາຄຣົງ ຍັງກຽມກ່າວສູນທອນພົດຕໍ່ເຍົາວະຊົນອິນໂດເນເຊຍ ແລະ ໃນເວທີຢູ່ສິງກະໂປ ເພື່ອລົບ “ຄວາມເຂົ້າໃຈຜິດ” ຕໍ່ຈຸດຢືນຂອງເອີຣົບໃນບັນຫາຄວາມຂັດແຍ່ງນອກພາກພື້ນເຊັ່ນ: ການຢືນຢັນວ່າ ອູແກຣນບໍ່ແມ່ນບັນຫາສະເພາະຂອງເອີຣົບ ແລະ ການຕອບໂຕ້ສຽງວິຈານທີ່ວ່າ ເອີຣົບມີ “ມາດຕະຖານຄູ່” ໃນກໍລະນີຂອງກາຊາ.
ອ້າງອີງ:

