ວິທີຫລຸດນຳ້ໜັກ 3 ຂັ້ນຕອນງ່າຍໆ ແຕ່ໄດ້ຜົນໄວ ສຳລັບຄົນຂີ້ຄ້ານແລະບໍ່ມີເວລາ.

ຢາກຫລຸດນຳ້ໜັກ, ແຕ່ຂີ້ຄ້ານ ທັງຍັງບໍ່ຄ່ອຍມີເວລາ ຂໍແນະນຳ 3 ວິທີຫລຸດນຳ້ໜັກງ່າຍໆຕໍ່ໄປນີ້ ເຊິ່ງເອີ້ນໄດ້ວ່າເປັນຫົວໃຈສຳຄັນຂອງການຫລຸດນຳ້ໜັກກໍເວົ້າໄດ້ ໃຜທີ່ສາມາດເຮັດຕາມນີ້ໄດ້ ກໍຈະຄ່ອຍໆເຫັນຜົນທີ່ດີຂຶ້ນຢ່າງແນ່ນອນ ທັງຍັງຊ່ວຍຫລຸດນຳ້ໜັກໄດ້ໄວນຳອີກ.
- ຫລຸດການກິນຄາໂບໄຮເດຣດ : ໜຶ່ງໃນວິທີທີ່ຈະຊ່ວຍໃຫ້ທ່ານຫລຸດນຳ້ໜັກລົງໄດ້ຢ່າງໄວວາກໍຄື ຫລຸດການກິນແປ້ງ, ນຳ້ຕານ ແລະ ຄາໂບໄຮເດຣດ ທີ່ຜ່ານການຜັດສີຕ່າງໆ ໂດຍທ່ານອາດຈະຫັນມາກິນເປັນອາຫານໂລຄາບ Low Carb ຈຳພວກທັນຍາພືດຕ່າງໆແທນຄາໂບໄຮເດຣດຜັດສີ ກໍເປັນໄອເດຍທີ່ດີ ເພາະທັນຍາພືດເຫລົ່ານີ້ຖືເປັນຄາໂບໄຮເດຣດທີ່ມີໄຟເບີ ຫລື ເສັ້ນໄຍອາຫານສູງ ທັງຍັງໃຊ້ເວລາຍ່ອຍດົນ ຈຶ່ງເຮັດໃຫ້ທ່ານອີ່ມທ້ອງດົນຂຶ້ນ, ຫລຸດຄວາມຢາກອາຫານໄດ້ ບໍ່ເຮັດໃຫ້ຫິວຕະຫລອດ ເຊິ່ງເມື່ອທ່ານກິນອາຫານໂລຄາບ ຮ່າງກາຍກໍຈະເອົາໄຂມັນສະສົມອອກມາເຜົາຜານເປັນພະລັງງານແທນ ຈຶ່ງເຮັດໃຫ້ສາມາດຫລຸດນຳ້ໜັກລົງໄດ້ນັ້ນເອງ. ນອກຈາກນັ້ນ, ຍັງຊ່ວຍຫລຸດລະດັບອິນຊູລິນໄດ້ນຳ.
- ກິນໂປຣຕິນ, ຜັກ ແລະ ໄຂມັນດີ : ຢາກຫລຸດນຳ້ໜັກ ກໍບໍ່ໝາຍຄວາມວ່າທ່ານຈະຕ້ອງອົດອາຫານສະເໝີໄປ ທ່ານສາມາດສ້າງຄວາມດຸ່ນດ່ຽງອາຫານແຕ່ລະຄາບຂອງທ່ານໃຫ້ຫລາກຫລາຍໄດ້ ໂດຍທ່ານຄວນຈະມີອາຫານປະເພດໂປຣຕິນ, ຜັກ, ໄຂມັນດີ ແລະ ຄາໂບໄຮເດຣດທີ່ມີໄຟເບີຕາມທີ່ໄດ້ບອກໄປແລ້ວຂ້າງເທິງລວມຢູ່ນຳກັນ. ສຳລັບໂປຣຕິນ ອາຫານປະເພດນີ້ຈະຊ່ວຍຮັກສາສຸຂະພາບ ແລະ ມວນກ້າມຊີ້ນຂອງທ່ານໃນຂະນະຫລຸດນຳ້ໜັກໄດ້ ທັງຍັງຊ່ວຍເຮັດໃຫ້ອີ່ມທ້ອງ ແລະ ຫລຸດຄວາມຢາກອາຫານລົງໄດ້ນຳ ໂດຍແຫ່ລງອາຫານທີ່ອຸດົມໄປດ້ວຍໂປຣຕິນ ເຊັ່ນ : ຊີ້ນສັດ, ປາທະເລ ລວມເຖິງໂປຣຕິນຈາກພືດ ຈຳພວກຖົ່ວຊະນິດຕ່າງໆນຳອີກ. ສຳລັບຜັກ ໂດຍສະເພາະຜັກໃບຂຽວ ອຸດົມໄປດ້ວຍສານອາຫານຫລວງຫລາຍທີ່ມີປະໂຫຍດຕໍ່ສຸຂະພາບ ເຊິ່ງທ່ານສາມາດກິນໄດ້ໃນປະລິມານຫລາຍໆ ໂດຍບໍ່ເປັນການເພີ່ມກາລໍຣີ ຫລື ຄາໂບໄຮເດຣດເລີຍ ເອີ້ນໄດ້ວ່າມີກາລໍຣີຕໍ່າ ແຕ່ສານອາຫານສູງ. ແນວໃດກໍຕາມ, ຜັກບາງຊະນິດ ເຊັ່ນ : ມັນຝຣັ່ງ, ມັນຕົ້ນ ຫລື ໝາກສາລີ ຖືເປັນຜັກທີ່ມີຄາໂບໄຮເດຣດສູງກ່ວາຜັກໃບຂຽວຕ່າງໆ ແຕ່ກໍຍັງຖືເປັນຄາໂບໄຮເດຣດທີ່ມີໄຟເບີ ແລະ ດີກ່ວາຄາໂບໄຮເດຣດຜັດສີ ດັ່ງນັ້ນ ທ່ານຈຶ່ງຄວນກິນແຕ່ພໍດີພໍງາມ ເພື່ອປະໂຫຍດຕໍ່ຮ່າງກາຍ ແລະ ການຫລຸດນຳ້ໜັກ. ມາທາງດ້ານໄຂມັນກັນແດ່ ຢ່າຟ້າວຢ້ານໄຂມັນໃນໄລຍະຫລຸດນຳ້ໜັກ ເພາະຫາກອາຫານເຫລົ່ານັ້ນອຸດົມໄປດ້ວຍໄຂມັນດີ ເຊິ່ງກິນແລ້ວມີປະໂຫຍດຕໍ່ຮ່າງກາຍ ຊ່ວຍຫລຸດລະດັບຄໍເລສເຕີໂຣນຊະນິດບໍ່ດີ ຫລື ໄຂມັນບໍ່ດີລົງໄດ້ ໂດຍແຫ່ລງອາຫານທີ່ມີໄຂມັນດີ ເຊັ່ນ : ໝາກກອກ, ອະໂວກາໂດ້, ຖົ່ວ ແລະ ແກ່ນພືດຕ່າງໆ.
- ອອກກຳລັງກາຍແບບມີແຮງຕ້ານ : ເມື່ອທ່ານກິນອາຫານຊ່ວຍຫລຸດນຳ້ໜັກແລ້ວ ຫາກຢາກໃຫ້ນຳ້ໜັກຫລຸດລົງໄດ້ຜົນໄວຫລາຍຍິ່ງຂຶ້ນ ກໍຕ້ອງອອກກຳລັງກາຍຄຽງຄູ່ກັນໄປນຳ ໂດຍການອອກກຳລັງກາຍທີ່ແນະນຳແມ່ນ ການອອກກຳລັງກາຍແບບມີແຮງຕ້ານ ທີ່ເອີ້ນວ່າ Resistance training ຫລື Weight training ນັ້ນເອງ ເຊິ່ງການອອກກຳລັງກາຍແບບນີ້ຈະເປັນການອອກກຳລັງກາຍທີ່ໃຊ້ອຸປະກອນ ເຊັ່ນ : ດຳເບວ, ບາເບວ ຫລື ຢາງຍືດ ມາເປັນໂຕຊ່ວຍ. ນອກຈາກນັ້ນ ທ່ານຍັງສາມາດໃຊ້ນຳ້ໜັກໂຕຂອງທ່ານເອງໄດ້ນຳ. ແຕ່ສຳລັບໃຜທີ່ບໍ່ແມ່ນສາຍຍົກນຳ້ໜັກ ທ່ານຍັງສາມາດອອກກຳລັງກາຍແບບຝຶກກ້າມຊີ້ນ ຫລື Strength traing ກໍໄດ້ຜົນດີຄືກັນ ໂດຍແນະນຳໃຫ້ຝຶກ 3 – 4 ເທື່ອຕໍ່ອາທິດ ລວມໄປເຖິງທ່ານຍັງສາມາດເລືອກຝຶກອອກກຳລັງກາຍແບບຄາດີໂອ, ຍ່າງ, ຈັອກກິ້ງ, ແລ່ນ, ຂີ່ລົດຖີບ, ລອຍນຳ້ ເຫລົ່ານີ້ກໍຊ່ວຍຫລຸດນຳ້ໜັກໄດ້ດີຄືກັນ.

