23 ສິງຫາ ວັນມະຫາໄຊຊະນະຂອງປວງຊົນລາວທັງຊາດ

ໃນປະຫວັດສາດແຫ່ງການຕໍ່ສູ້ຂອງປະຊາຊົນລາວເຮົາພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໄດ້ມີການປະກາດຢຶດອຳນາດຈາກພວກຈັກກະພັດລ່າເມືອງຂຶ້ນ ແລະ ລູກມືພວກເຂົາເຖິງ 2 ເທື່ອຄື ເທື່ອທີ 1 ວັນທີ 23 ສິງຫາ 1945 ແລະ ເທື່ອທີ 2 ວັນທີ 23 ສິງຫາ 1975. ທັງວັນທີ 23 ສິງຫາປີ1945 ແລະ ປີ 1975 ແມ່ນເຫດການສຳຄັນທາງປະຫວັດສາດຂອງຊາດລາວເຮົາທີ່ສະແດງໃຫ້ເຫັນມານະຈິດ, ມູນເຊື້ອແຫ່ງການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ, ທຸກຊັ້ນຄົນທີ່ຮັກຊາດພາຍໃຕ້ການນຳພາຂອງພັກເພື່ອຄວາມເປັນເອກະລາດຂອງຊາດ ແລະ ອິດສະລະພາບຂອງຕົນດ້ວຍຈິດໃຈ “ຍອມຕາຍດີກວ່າຍອມເປັນຂ້ອຍຂ້າຕ່າງຊາດ”.

ວັນທີ 23 ສິງຫາແມ່ນວັນແຫ່ງມະຫາສາມັກຄີ, ແມ່ນວັນແຫ່ງການຕໍ່ສູ້ທີ່ອາດຫານຊານໄຊຂອງປະຊາຊົນລາວ. ການຢຶດອຳນາດໃນວັນທີ 23 ສິງຫາ 1945 ແມ່ນເຫດການສຳຄັນທາງປະຫວັດສາດແຫ່ງການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບເກົ່າ ທັງແມ່ນການກຳແໜ້ນກາລະໂອກາດອັນອຳນວຍທີ່ເກີດຂຶ້ນຈາກສະພາບແວດລ້ອມສາກົນເພື່ອຍາດເອົາໄຊຊະນະ ແລະ ຢຶດອຳນາດມາມືປະຊາຊົນກໍຄືກຳລັງປະຕິວັດ ຊຶ່ງທ່ານໄກ ສອນ ພົມວິຫານ ໄດ້ຕີລາຄາວ່າ: “ນີ້ເປັນເທື່ອທຳອິດທີ່ປະຊາຊົນເຮົາໄດ້ກາຍເປັນເຈົ້າຂອງປະເທດຊາດ ແລະ ຊະຕາກຳຂອງຕົນເອງພາຍຫລັງ 100 ກວ່າປີທີ່ມີຊີວິດຢູ່ພາຍໃຕ້ແອກແຫ່ງການເປັນຂ້ອຍຂ້າ ແລະ ປະເທດຊາດຖືກຕັດແບ່ງ”. ໄຊຊະນະດັ່ງກ່າວນັ້ນໄດ້ເປີດສາກໃຫ້ແກ່ປະຊາຊົນເຮົາຕື່ນຕົວເຂົ້າຮ່ວມຕໍ່ຕ້ານເອົາເປັນເອົາຕາຍກັບສັດຕູເພື່ອກອບກູ້ປະເທດຊາດບ້ານເມືອງ, ເຖິງວ່າການຢຶດອຳນາດໃນວັນທີ 23 ສິງ ຫາ 1945 ບໍ່ໄດ້ນຳໄປສູ່ການສ້າງຕັ້ງອຳນາດການປົກຄອງໃໝ່ຂອງປະຊາຊົນ, ແຕ່ກໍໄດ້ຖືກຈາລຶກໄວ້ໃນໜ້າປະຫວັດສາດອັນສະຫງ່າລາສີຂອງຊາດລາວເຮົາຕະຫລອດໄປ. ແນວໃດກໍດີພາຍຫລັງຢຶດອຳນາດໃນວັນທີ 23 ສິງຫາ 1945 ໄດ້ບໍ່ພໍເທົ່າໃດມື້, ພວກລ່າເມືອງຂຶ້ນຝຣັ່ງກໍໄດ້ເພີ່ມກຳລັງຕ່າວໂຈມຕີ ແລະ ກັບຄືນມາຢຶດຄອງປະເທດເຮົາເປັນຫົວເມືອງຂຶ້ນອີກເທື່ອໃໝ່.

ຈາກນັ້ນມາປະຊາຊົນລາວຕ້ອງໄດ້ຕໍ່ສູ້ຢ່າງພິລະອາດຫານ, ລະອິດລະອ້ຽວຂ້ຽວຂາດ, ຍືດເຍື້ອຍາວນານ ແລະ ມີໄຊຍິ່ງໃຫຍ່ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ຕ້ານລັດທິລ່າເມືອງຂຶ້ນແບບເກົ່າ, ແບບໃໝ່ ແລະ ອິດທິກຳລັງປະຕິການ ທີ່ເປັນລູກແຫລ້ງຕີນມືຂອງພວກເຂົາ. ພາຍຫລັງພາກໃຕ້ຫວຽດນາມໄດ້ຮັບການປົດປ່ອຍ, ປະເທດຫວຽດນາມໄດ້ທ້ອນໂຮມເປັນເອກະພາບກ້າວສູ່ສັງກາດໃໝ່ແຫ່ງການສ້າງສາສັງຄົມນິຍົມໃນລະດູບານໃໝ່ປີ ຄສ 1975 ໂດຍກຳແໜ້ນກາລະໂອກາດພັນປີມີເທື່ອໜຶ່ງ, ພັກເຮົາໄດ້ປະຕິບັດຍຸດທະສາດ 3 ບາດຄ້ອນດຳເນີນການ ຢຶດອຳນາດໂດຍສັນຕິວິທີແບບ “ບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ, ແຕ່ຈັບປາໄດ້ທັງໝົດ” ແລະ ໄດ້ປະກາດສ້າງ ຕັ້ງອຳນາດການປົກຄອງປະຕິວັດຂຶ້ນຢ່າງເປັນທາງການ ເປັນລະບອບໃໝ່ ເປັນສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ທີ່ນະຄອນຫລວງວຽງຈັນ.

ການຢຶດອຳນາດຢູ່ນະຄອນຫຼວງວຽງຈັນ ວັນທີ 23 ສິງຫາ 1975 ໄດ້ເປັນເຫດການສຳຄັນທາງປະຫວັດ ສາດແຫ່ງການຕໍ່ສູ້ມີໄຊຂອງປະຊາຊົນລາວພາຍໃຕ້ການນຳພາຂອງພັກ, ແມ່ນວັນມະຫາສາມັກຄີ, ແມ່ນວັນແຫ່ງມານະຈິດປະຕິວັດຂອງຊາວນະຄອນຫວງວຽງຈັນ ແລະ ຊາວລາວທົ່ວປະເທດ ທີ່ໄດ້ກາຍເປັນກຳ ລັງແຮງຊະນະເລີດເໜືອອິດທິກຳລັງປະຕິການ ແລະ ລູກແຫລ້ງຕີນມືຂອງພວກຈັກກະພັດລ່າເມືອງຂຶ້ນ.

ວັນຍຶດອຳນາດ 23 ສິງຫາ 1975 ໄດ້ສ້າງເງື່ອນໄຂອຳນວຍໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງປະຫວັດສາດປະກາດລົບລ້າງລະບອບສັກດິນາ-ລ່າເມືອງຂຶ້ນ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງເປັນທາງການໃນວັນທີ 2 ທັນວາ 1975. ສະນັ້ນ, ຈຶ່ງເວົ້າໄດ້ວ່າ: ວັນຢຶດອຳນາດ 23 ສິງຫາ 1975 ແມ່ນວັນແຫ່ງການເສີມຂະຫຍາຍມູນເຊື້ອສາມັກຕີຕໍ່ສູ້ພິລະອາດຫານຂອງຊາດລາວ-ຄົນລາວວິລະຊົນ, ແມ່ນວັນແຫ່ງການເຊີດຊູມານະຈິດປະຕິວັດ ແລະ ນ້ຳໃຈຮັກຊາດອັນສູງສົ່ງຂອງຄົນລາວເພື່ອສ້າງຜົນງານ ແລະ ຍາດເອົາໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າ.