UN ກຽມເລີກຈ້າງພະນັກງານນັບພັນຕໍາແໜ່ງ ຍ້ອນບັນຫາທາງການເງິນ

           ສະຫະປະຊາຊາດ (UN) ເຊິ່ງກໍາລັງປະສົບບັນຫາທາງການເງິນ ອາດຫລຸດຕໍາແໜ່ງງານໃນຝ່າຍບໍລິຫານລົງ 20% ຫລື ປະມານຫລາຍພັນຕໍາແໜ່ງ ຕາມແຜນ “UN 80” ທີ່ມີການເປີດຕົວ ໃນເດືອນມີນາຜ່ານມາ.

           ທ່ານ ຈັນທະມູລີ ຣາມານາທານ ຜູ້ຊ່ວຍເລຂາທິການສະຫະປະຊາຊາດ ຝ່າຍວາງແຜນໂຄງການ, ການເງິນ ແລະ ງົບປະມານ ລະບຸໃນບັນທຶກຂໍ້ຄວາມ ເຊິ່ງສົ່ງເຖິງຫົວໜ້າໜ່ວຍງານຫລາຍສິບແຫ່ງວ່າ: ສໍານັກງານເລຂາທິການຕັ້ງເປົ້າຈະຫລຸດງົບປະມານສໍາລັບປີ 2026 ລົງປະມານ 15-20% ເຊິ່ງລວມທັງການຫລຸດຕໍາແໜ່ງງານລົງ 20%.

          ກ່ອນໜ້ານີ້, ທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການສະຫະປະຊາຊາດ ເຕືອນເຖິງການປ່ຽນແປງທີ່ເຈັບປວດ ແລະ ກ່າວເຖິງການຫລຸດຈໍານວນພະນັກງານລົງ 20% ແບບອ້ອມໆ.

          ເອກະສານພາຍໃນລົງວັນທີ 27 ພຶດສະພາຜ່ານມາ ຮຽກຮ້ອງໃຫ້ຫົວໜ້າພະແນກທັງໝົດເຮັດລາຍຊື່ບຸກຄະລາກອນໃນຕໍາແໜ່ງທີ່ຈະເລີກຈ້າງ ພາຍໃນວັນທີ 13 ມິຖຸນານີ້ ໂດຍເນັ້ນໃສ່ຕໍາແໜ່ງທີ່ຊໍ້າຊ້ອນ, ທັບຊ້ອນ ຫລື ບໍ່ສໍາຄັນ.

          ທັງນີ້, ຖ້າສະມັດຊາໃຫຍ່ຮັບຮອງງົບປະມານປີ 2026 ການຫລຸດຈໍານວນພະນັກງານຈະມີຜົນບັງຄັບໃຊ້ ໃນວັນທີ 1 ມັງກອນ 2026.

          ເຖິງຢ່າງໃດກໍຕາມ, ສໍານັກງານຂ້າຫລວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ (UNHCR), ສໍານັກງານບັນເທົາທຸກ ແລະ ຈັດຫາງານຂອງສະຫະປະຊາຊາດ ສໍາລັບຜູ້ລີ້ໄພປາແລັສຕິນຢູ່ຕາເວັນອອກໃກ້ (UNRWA) ແລະ ອົງກອນເພື່ອແມ່ຍິງແຫ່ງສະຫະປະຊາຊາດ (UN WEMAN) ເຊິ່ງໃຊ້ງົບປະມານທົ່ວໄປ ຈະໄດ້ຮັບຄໍາສັ່ງແຍກກັນ.