ຣັດເຊຍເຕືອນປະເທດຕາເວັນຕົກຢຸດສົ່ງອາວຸດໃຫ້ອູແກຣນໃນໄລຍະຢຸດຍິງ

         ທ່ານ ວາສຊິລີ ເນເບນຊີ ເອກອັກຄະລັດຖະທູດຜູ້ແທນຖາວອນຣັດເຊຍປະຈໍາສະຫະປະຊາຊາດ ກ່າວວ່າ: ຣັດເຊຍພ້ອມຈະພິຈາລະນາການຢຸດຍິງຢູ່ອູແກຣນ ເພື່ອປູທາງໄປສູ່ການເຈລະຈາຢຸດຄວາມຂັດແຍ່ງແບບຍືນຍົງ, ແຕ່ໃນລະຫວ່າງການຢຸດຍິງນັ້ນ ຣັດເຊຍຕ້ອງການໃຫ້ປະເທດຕາເວັນຕົກຢຸດຈັດສົ່ງອາວຸດໃຫ້ອູແກຣນ ແລະ ອູແກຣນຈະຕ້ອງບໍ່ມີການລະດົມກໍາລັງທະຫານ.

        ນອກຈາກນີ້, ທ່ານ ເນເບນຊີ ກ່າວວ່າ: ການຢຸດຍິງພຽງຢ່າງດຽວຍັງບໍ່ພຽງພໍຈະຢຸດສົງຄາມທີ່ດໍາເນີນມາກວ່າ 3 ປີ.

       “ເພື່ອຢຸດວິກິດຢູ່ອູແກຣນແບບຍືນຍົງ ພວກເຮົາຈໍາເປັນຕ້ອງແກ້ໄຂຢູ່ຕົ້ນຕໍຂອງບັນຫາ ສິ່ງທີ່ພວກເຮົາກໍາລັງສະເໜີຄືການເຈລະຈາຮອບ 2 ໃນວັນທີ 2 ມິຖຸນານີ້ ຢູ່ອິສຕັນບູລ ເຊິ່ງພວກເຮົາສາມາດແລກປ່ຽນບັນທຶກຄວາມເຂົ້າໃຈກ່ຽວກັບແນວທາງຂອງທັງສອງຝ່າຍຕໍ່ຂະບວນການເຈລະຈາ” ທ່ານ ເນເບນຊີ ກ່າວຕໍ່ກອງປະຊຸມສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ.

        ທັງນີ້, ອາເມລິກາຕ້ອງການໃຫ້ຣັດເຊຍຢຸດຍິງຄວບຄຸມທັງທາງບົກ, ທາງອາກາດ, ທາງທະເລ ແລະ ໂຄງລ່າງພື້ນຖານທີ່ສໍາຄັນ ເປັນໄລຍະເວລາ 30 ວັນ ໂດຍການເຈລະຈາໂດຍກົງຮອບທໍາອິດລະຫວ່າງຣັດເຊຍກັບອູແກຣນໃນວັນທີ 16 ພຶດສະພາ ທັງສອງຝ່າຍຍັງບໍ່ສາມາດບັນລຸຂໍ້ຕົກລົງຢຸດຍິງແຕ່ຢ່າງໃດ.