ທ່ານ ມາຄຣົງ ຮຽກຮ້ອງ ເອີຣົບ-ອາຊີ ຮ່ວມກໍາລັງ ຫລີກລ່ຽງການຖືກບີບບັງຄັບຈາກມະຫາອໍານາດ

         ທ່ານ ເອັມມານູເອລ ມາຄຣົງ ປະທານາທິບໍດີຝຣັ່ງ ຂຶ້ນກ່າວເວລາເຂົ້າຮ່ວມກອງປະຊຸມດ້ານຄວາມໝັ້ນຄົງ Shangri-La Dialogue ຢູ່ສິງກະໂປ ໂດຍຮຽກຮ້ອງໃຫ້ເອີຣົບ ແລະ ບັນດາປະເທດໃນອາຊີ-ປາຊີຟິກ ຮ່ວມກໍາລັງກັນ ເພື່ອຫລີກລ່ຽງການຖືກບີບບັງຄັບຈາກມະຫາອໍານາດ ທ່າມກາງຄວາມແຕກແຍກຂອງອາເມລິກາ ແລະ ຈີນ ເຊິ່ງເປັນ “ຄວາມສ່ຽງຫລັກ” ທີ່ໂລກກໍາລັງຜະເຊີນໃນປັດຈຸບັນ.

          ທ່ານ ມາຄຣົງ ເດີນທາງຢ້ຽມຢາມພາກພື້ນນີ້ໃນຂະນະທີ່ຝຣັ່ງ ແລະ ສະຫະພາບເອີຣົບເນັ້ນສົ່ງເສີມການພົວພັນທາງການຄ້າກັບອາຊີເພີ່ມຂຶ້ນ ເພື່ອຊົດເຊີຍ “ຄວາມບໍ່ແນ່ນອນ” ຈາກມາດຕະການຂຶ້ນພາສີສິນຄ້ານໍາເຂົ້າຂອງທ່ານ ໂດນັລ ທຣໍາ. ຂະນະທີ່ຜູ້ນໍາຈີນ, ຍີ່ປຸ່ນ ແລະ ປະເທດໃນເອີຣົບອີກຫລາຍປະເທດໄດ້ຢ້ຽມຢາມພາກພື້ນນີ້ໃນໄລຍະຜ່ານມາ ສະແດງໃຫ້ເຫັນເຖິງຄວາມສໍາຄັນທາງຍຸດທະສາດຂອງອາຊີຕາເວັນອອກສຽງໃຕ້ ທ່າມກາງຄວາມບໍ່ແນ່ນອນໃນຕ່ອງໂສ້ອຸປະທານ ແລະ ການຄ້າລະດັບໂລກ.

          ທ່ານ ມາຄຣົງ ລະບຸວ່າ: ຂ້າພະເຈົ້າຂໍພູດຢ່າງຊັດເຈນ ຝຣັ່ງເປັນໝູ່ ແລະ ພັນທະມິດຂອງອາເມລິກາ ແລະ ເປັນມິດ ລວມທັງມີການຮ່ວມມືກັບຈີນ ເຖິງວ່າບາງຄັ້ງຈະມີຄວາມເຫັນບໍ່ກົງກັນ ຫລື ແຂ່ງຂັນກັນ. ພ້ອມເນັ້ນວ່າ: ອາຊີ ແລະ ເອີຣົບມີ “ຜົນປະໂຫຍດຮ່ວມກັນ” ໃນການປ້ອງກັນບໍ່ໃຫ້ລະບຽບໂລກລົ້ມສະຫລາຍ.

         ຜູ້ນໍາຝຣັ່ງຍັງລະບຸອີກວ່າ: ຍຸກຂອງການບໍ່ຝັກໄຝ່ຝ່າຍໃດນັ້ນໄດ້ຜ່ານໄປແລ້ວຢ່າງແນ່ນອນ ປັດຈຸບັນຄືເວລາຂອງພັນທະມິດທາງປະຕິບັດ (Coalitions of Action) ເຊິ່ງຕ້ອງການໃຫ້ປະເທດທີ່ສາມາດດໍາເນີນງານຮ່ວມກັນໄດ້ ກຽມຄວາມພ້ອມໃຫ້ຕົນເອງຢ່າງເຕັມສ່ວນໃນການຈະເຮັດແບບນັ້ນ.

         ທ່ານ ມາຄຣົງ ຍັງວິຈານການຕອບສະໜອງຂອງຕາເວັນຕົກຕໍ່ສົງຄາມຢູ່ອູແກຣນ ແລະ ສະຖານະການຢູ່ເຂດກາຊາ ໂດຍເຕືອນວ່າຄວາມລົ້ມເຫລວໃນການແກ້ໄຂວິກິດເຫລົ່ານີ້ ອາດທໍາລາຍຄວາມໜ້າເຊື່ອຖືຂອງຕາເວັນຕົກໃນສາຍຕາຂອງປະຊາຄົມໂລກ ໂດຍສະເພາະພັນທະມິດໃນພາກພື້ນອິນໂດ-ປາຊີຟິກ ຖ້າພວກເຮົາຖືວ່າຣັດເຊຍສາມາດຢຶດຄອງບາງສ່ວນຂອງດິນແດນອູແກຣນໄດ້ໂດຍບໍ່ມີຂໍ້ຈໍາກັດ, ບໍ່ມີແຮງກົດດັນ ແລະ ບໍ່ມີການຕອບໂຕ້ຈາກລະບຽບໂລກ ແລ້ວຈະເກີດຫຍັງຂຶ້ນກັບໄຕ້ຫວັນ ?.

          ນອກຈາກນີ້, ທ່ານ ມາຄຣົງ ຍັງຮຽກຮ້ອງໃຫ້ຈີນຢັບຢັ້ງ ສປປ ເກົາຫລີ ຈາກການມອບການສະໜັບສະໜູນທາງທະຫານໃຫ້ຣັດເຊຍໃນການເຮັດສົງຄາມກັບອູແກຣນນໍາອີກ ໂດຍອາຊີບໍ່ຄວນເບິ່ງສົງຄາມຣັດເຊຍ-ອູແກຣນເປັນເລື່ອງໄກຕົວ ໂດຍເນັ້ນເຖິງຄວາມຈໍາເປັນໃນການສ້າງພັນທະມິດໃໝ່ລະຫວ່າງເອີຣົບ ແລະ ອາຊີ ເພື່ອຮັກສາລະບຽບໂລກ ແລະ ຫລີກລ່ຽງການຖືກບີບບັງຄັບຈາກມະຫາອໍານາດ.

ອ້າງອີງ: