ອາເມລິກາກຽມຂຶ້ນພາສີນໍາເຂົ້າເຫລັກ ແລະ ອາລູມີນຽມເປັນ 50%

ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ປະກາດວ່າ: ອາເມລິກາຈະເພີ່ມອັດຕາພາສີນໍາເຂົ້າເຫລັກ ແລະ ອາລູມີນຽມຈາກ 25% ເປັນ 50% ໂດຍຈະເລີ່ມມີຜົນນັບແຕ່ວັນທີ 4 ມິຖຸນາຕາມເວລາທ້ອງຖິ່ນ. ພ້ອມລະບຸວ່າ: ມາດຕະການນີ້ຈະຊ່ວຍກະຕຸ້ນອຸດສາຫະກໍາເຫລັກໃນປະເທດ ພ້ອມຊຸກຍູ້ໃຫ້ເຫລັກເພນຊິລເວເນຍກັບມາເປັນກະດູກສັນຫລັງຂອງອາເມລິກາອີກ, ເພີ່ມຄວາມໝັ້ນຄົງດ້ານອຸປະທານ ແລະ ຫລຸດການອາໄສຈີນ.
ທ່ານ ທຣໍາ ຍັງເປີດເຜີຍວ່າ: ມີແຜນລົງທຶນ 14,000 ລ້ານໂດລາສະຫະລັດ ໃນອຸດສາຫະກໍາເຫລັກຂອງລັດເພນຊິລເວເນຍ ຜ່ານການຮ່ວມມືລະຫວ່າງ US Steel ກັບ Nippon Steel ຂອງຍີ່ປຸ່ນໃນອະນາຄົດອັນໃກ້ ໂດຍການຮ່ວມທຶນຄັ້ງນີ້ຈະຍັງເຮັດໃຫ້ຄົນອາເມລິກາເປັນເຈົ້າຂອງ ແລະ ບໍລິຫານງານໃນອາເມລິກາ ແລະ ລັດຖະບານຈະມີສິດຢັບຢັ້ງການຫລຸດກໍາລັງການຜະລິດໃນອະນາຄົດ ເພື່ອຮັກສາວຽກ ແລະ ອຸດສາຫະກໍາເຫລັກຂອງປະເທດ.
ທ່ານ ທຣໍາ ລະບຸວ່າ: ຖ້າບໍ່ມີມາດຕະການພາສີ 25% ທີ່ທ່ານເຄີຍໃຊ້ໃນສະໄໝທໍາອິດ ໂຮງງານເຫລັກໃນເພນຊິລເວເນຍອາດບໍ່ເຫລືອຢູ່ແລ້ວ ແລະ ການເພີ່ມພາສີເປັນ 50% ຈະຍິ່ງຊ່ວຍໃຫ້ US Steel ຢູ່ລອດຕໍ່ໄປ. ພ້ອມກ່າວຕໍ່ກໍາມະກອນວ່າ: ຈະບໍ່ມີການເລີກຈ້າງ ຫລື ຍ້າຍວຽກໄປຕ່າງປະເທດເດັດຂາດ ແລະ ກໍາມະກອນທຸກຄົນຢູ່ອາເມລິກາຈະໄດ້ຮັບໂບນັດ 5,000 ໂດລາ.
ເຖິງຢ່າງໃດກໍຕາມ, ການຂຶ້ນພາສີນີ້ອາດເຮັດໃຫ້ລາຄາສິນຄ້າຕ່າງໆ ທີ່ໃຊ້ເຫລັກ ແລະ ອະລູມີນຽມເຊັ່ນ: ຍານພາຫະນະ, ກະປ໋ອງ ແລະ ເຄື່ອງຈັກອຸດສາຫະກໍາປັບສູງຂຶ້ນ.
ການປະກາດຂຶ້ນພາສີຄັ້ງນີ້ເກີດຂຶ້ນທ່າມກາງຂໍ້ຂັດແຍ່ງທາງກົດໝາຍກ່ຽວກັບຄວາມຍຸຕິທໍາຂອງມາດຕະການພາສີລະຫວ່າງປະເທດທີ່ທ່ານ ທຣໍາ ໃຊ້ ໂດຍສານອຸທອນອະນຸຍາດໃຫ້ມາດຕະການດັ່ງກ່າວຍັງດໍາເນີນຕໍ່ໄປ ເຖິງວ່າສານການຄ້າສາກົນ (CIT) ຈະເຄີຍສັ່ງໃຫ້ຢຸດການເກັບພາສີເຫລົ່ານີ້ແລ້ວກໍຕາມ.
ອ້າງອີງ:

