ສ.ອາເມລິກາ ຍົກເລີກການສັກວັກຊີນໂຄວິດ-19 ໃຫ້ແມ່ຍິງຖືພາ ແລະ ເດັກນ້ອຍທີ່ແຂງແຮງ

ສໍານັກຂ່າວຣອຍເຕີລາຍງານວັນທີ 27 ພຶດສະພາ 2025ນີ້ວ່າ: ເມື່ອວັນອັງຄານທີ 27 ພຶດສະພາ 2025 ລັດຖະມົນການກະຊວງສາທາລະນະສຸກ ສະຫະລັດອາເມລິກາ ປະກາດຜ່ານທາງອອນລາຍວ່າ: ສະຫະລັດ ອາເມລິກາ ໄດ້ຍົກເລີກຄຳແນະນໍາການສັກວັກຊີນໂຄວິດ-19 ໃຫ້ແກ່ຜູ້ຍິງຖືພາ ແລະ ເດັກທີ່ມີສຸຂະພາບແຂງແຮງ.

ໃນຂະນະທີ່ ກໍາມະທິການສໍານັກງານອາຫານ ແລະ ຢາສະຫະລັດ (FDA) ພ້ອມດ້ວຍຜູ້ອໍານວຍການສະຖາບັນສຸຂະພາບແຫ່ງຊາດ (National Institutes of Health) ກ່າວວ່າ: ຂໍ້ແນະນໍາການສັກວັກຊີນດັ່ງກ່າວ ຖືກຖອດອອກຈາກຕາຕະລາງການສັກວັກຊີນທີ່ແນະນໍາໂດຍສູນຄວບຄຸມ ແລະ ປ້ອງກັນພະຍາດ(CDC) ແລ້ວ.

ການຖອດຖອນຄໍາແນະນໍາດັ່ງກ່າວ ເກີດຂຶ້ນຫລັງຈາກທີ່ມີການອອກຂໍ້ກໍານົດທີ່ເຂັ້ມງວດ ສໍາລັບການສັກວັກຊີນໂຄວິດ ໃຫ້ສະເພາະຜູ້ສູງອາຍຸ ແລະ ຜູ້ທີ່ມີຄວາມສ່ຽງຕໍ່ການເກີດອາການຮຸນແຮງເທົ່ານັ້ນ.