ທ່ານ ເນທັນຢາຮູ ກ່າວວ່າ ອິດສະລາແອນໃກ້ບັນລຸເປົ້າໝາຍຈໍາກັດໂຄງການນິວເຄຼຍອີຣານ

         ທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນ ກ່າວໃນວັນທີ 22 ມິຖຸນາວ່າ: ອິດສະລາແອນໃກ້ຈະບັນລຸເປົ້າໝາຍການກໍາຈັດໂຄງການນິວເຄຼຍຂອງອີຣານ ຫລັງຈາກກອງທັບອິດສະລາແອນເຂົ້າຮ່ວມກັບອາເມລິກາໃນປະຕິບັດການໂຈມຕີໂຮງງານນິວເຄຼຍ ແລະ ໂຄງການລູກສອນໄຟຂອງອີຣານ.

          ໜັງສືພິມເດິ ທາມ ອອບ ອິດສະລາແອນ ລາຍງານວ່າ: ທ່ານ ເນທັນຢາຮູ ເປີດເຜີຍຕໍ່ສື່ມວນຊົນວ່າ: ອິດສະລາແອນກໍາລັງຕິດຕາມແຮ່ຢູເຣນຽມຂອງອີຣານຈໍານວນ 400 ກິໂລ ທີ່ໄດ້ຮັບການເພີ່ມປະສິດທິພາບແລ້ວ 60% ໂດຍທ່ານອ້າງວ່າອິດສະລາແອນມີຂໍ້ມູນຂ່າວກ່ຽວກັບຕໍາແໜ່ງທີ່ໃຊ້ເກັບຢູເຣນຽມເຫລົ່ານີ້, ແຕ່ປະຕິເສດຈະໃຫ້ລາຍລະອຽດ.

          ທ່ານ ເນທັນຢາຮູ ຍັງກ່າວວ່າ: ການທີ່ອິດສະລາແອນເຂົ້າຮ່ວມກັບອາເມລິກາໃນການໂຈມຕີໂຮງງານນິວເຄຼຍຂອງອີຣານນັ້ນບໍ່ມີຈຸດປະສົງເພື່ອເຮັດສົງຄາມ, ແຕ່ອິດສະລາແອນຈະບໍ່ຢຸດການປະຕິບັດຈົນກວ່າຈະບັນລຸເປົ້າໝາຍທັງໝົດ.

         ປະທານາທິບໍດີ ໂດນັລ ທຣໍາ ປະກາດວ່າ: ອາເມລິກາປະສົບຜົນສໍາເລັດໃນການໃຊ້ປະຕິບັດການທາງອາກາດໂຈມຕີໂຮງງານນິວເຄຼຍ 3 ແຫ່ງຂອງອີຣານໃນເມືອງຟໍໂດ, ນາທານ ແລະ ອິສຟາຮານ ໃນວັນທີ 21 ມິຖຸນາຜ່ານມາ ເຊິ່ງເປັນປະຕິບັດການຮ່ວມກັບອິດສະລາແອນ.

         ສະຖານີໂທລະພາບ Press TV ຂອງທາງການອີຣານລາຍງານວ່າ: ປັດຈຸບັນອີຣານຍັງບໍ່ໄດ້ຕັດສິນໃຈວ່າຈະປິດຊ່ອງແຄບໂຮມຸກ ຫລື ບໍ່ ຫລັງຈາກອາເມລິກາໃຊ້ປະຕິບັດການທາງອາກາດໂຈມຕີໂຮງງານນິວເຄຼຍຂອງອີຣານ.

         ຂະນະທີ່ສະມາຄົມສື່ມວນຊົນ ຍັງ ເຈີນັລລິສ ຄລັບ (Young Journalist Club) ລາຍງານໂດຍອ້າງຄໍາກ່າວຂອງທ່ານ ອິສມາອິລ ໂຄຊາຣີ ສະມາຊິກຄະນະກໍາມາທິການຄວາມໝັ້ນຄົງແຫ່ງຊາດຂອງລັດຖະສະພາອີຣານວ່າ: “ປັດຈຸບັນລັດຖະສະພາໄດ້ຂໍ້ສະຫລຸບວ່າ ຄວນປິດຊ່ອງແຄບໂຮມຸກ, ແຕ່ການຕັດສິນໃຈຂັ້ນສຸດທ້າຍໃນເລື່ອງນີ້ເປັນຄວາມຮັບຜິດຊອບຂອງຄະນະມົນຕີຄວາມໝັ້ນຄົງແຫ່ງຊາດສູງສຸດ”