ທ່ານ ຮຸນ ມາເນດ ປະກາດປິດດ່ານກໍາປູເຈຍຕອບໂຕ້ໄທ ພ້ອມເປີດດ່ານອີກຖ້າໄທກັບມາເປີດດ່ານກ່ອນ

            ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີກໍາປູເຈຍ ປະກາດປິດດ່ານຊາຍແດນກໍາປູເຈຍຕອບໂຕ້ໄທ ພາຍຫລັງໄດ້ຮັບລາຍງານວ່າ: ກອງທັບພາກທີ 2 ຂອງໄທໄດ້ແຈ້ງການຕັດສິນໃຈ “ແບບຝ່າຍດຽວ” ໃນການປິດດ່ານຊາຍແດນບໍລິເວນຊ່ອງຈອບກໍກີ (Choub Korki) ນັບແຕ່ວັນທີ 21 ມິຖຸນາ ໂດຍລະບຸວ່າ: ກໍາປູເຈຍຈະປິດດ່ານບໍລິເວນນັ້ນຢ່າງຖາວອນເຊັ່ນດຽວກັນ ທັງຍັງຈະປິດດ່ານຊາຍແດນຢູ່ຊ່ອງຈອມ (Choam) ເຊັ່ນກັນນັບແຕ່ວັນທີ 22 ມິຖຸນາເປັນຕົ້ນໄປ.

           ຜູ້ນໍາກໍາປູເຈຍຍັງລະບຸວ່າ: ກອງທັບໄທໄດ້ມີການປິດດ່ານຊາຍແດນລະຫວ່າງກໍາປູເຈຍ ແລະ ໄທແບບຝ່າຍດຽວ ໂດຍບໍ່ໄດ້ຄໍານຶງເຖິງຜົນກະທົບທາງລົບຕໍ່ປະຊາຊົນຂອງທັງສອງປະເທດ ນັບແຕ່ວັນທີ 7 ມິຖຸນາຜ່ານມາ. ພ້ອມເນັ້ນວ່າ: ການກະທໍານີ້ “ບໍ່ເຄີຍ” ເປັນເຈດຕະນາຂອງລັດຖະບານກໍາປູເຈຍທີ່ຈະເຮັດໃຫ້ປະຊາຊົນຂອງທັງສອງປະເທດຕ້ອງຜະເຊີນຄວາມຍາກລໍາບາກໃນການນໍາໃຊ້ດ່ານຜ່ານແດນ, ແຕ່ຖ້າກອງທັບໄທຍັງໃຊ້ວິທີນີ້ໃນການກົດດັນກໍາປູເຈຍ, ກໍາປູເຈຍສາມາດຕອບໂຕ້ໄດ້ຕາມສົມຄວນໃນທຸກເວລາ.

          ພ້ອມທັງຕັ້ງຂໍ້ສັງເກດວ່າ: ໃນຂະນະທີ່ນາຍົກລັດຖະມົນຕີ ແລະ ລັດຖະບານໄທໄດ້ຮຽກຮ້ອງໃຫ້ມີການເຈລະຈາທະວີພາຄີ ເພື່ອເປີດດ່ານຊາຍແດນໃໝ່, ແຕ່ກອງທັບໄທຍັງປິດ ຫລື ປ່ຽນເວລາໃນການປິດດ່ານຊາຍແດນແບບຝ່າຍດຽວ ໂດຍທ່ານ ຮຸນ ມາເນດ ລະບຸວ່າ: ທ່ານເລີ່ມບໍ່ແນ່ໃຈວ່ານີ້ຄື ກົນລະຍຸດ ຫລື ວິທີການເຮັດວຽກລະຫວ່າງລັດຖະບານໄທກັບກອງທັບໄທ ເພາະເບິ່ງຄືວ່າ: ທັງສອງຈະຂາດການເຫັນພ້ອມກັນ ແລະ ຄວາມຊັດເຈນໃນຈຸດປະສົງທີ່ແທ້ຈິງຂອງການປິດດ່ານຊາຍແດນ ໂດຍຝ່າຍໜຶ່ງຕ້ອງການເຈລະຈາທະວີພາຄີ ເພື່ອເປີດດ່ານຊາຍແດນ ແລະ ກັບສູ່ສະຖານະການປົກກະຕິ. ຂະນະທີ່ອີກຝ່າຍໜຶ່ງຄືກອງທັບໄທ ຍັງເດີນໜ້າປິດດ່ານຊາຍແດນແບບຝ່າຍດຽວ.

            ສ່ວນກໍາປູເຈຍນັ້ນ, ທ່ານ ຮຸນ ມາເນດ ລະບຸວ່າ: ນັບແຕ່ຜູ້ນໍາສູງສຸດຂອງລັດຖະບານຈົນຮອດທະຫານທີ່ປະຕິບັດໜ້າທີ່ຕາມຊາຍແດນທັງໝົດຕ່າງມີຄວາມເຫັນພ້ອມກັນ ເມື່ອໃດນາຍົກລັດຖະມົນຕີອອກຄໍາສັ່ງ ໜ່ວຍງານລະດັບປະເທດ ແລະ ລະດັບທ້ອງຖິ່ນ ລວມທັງກອງທັບຈະດໍາເນີນຕາມຄໍາສັ່ງຂອງຜູ້ນໍາລັດຖະບານ.

         ທ່ານ ຮຸນ ມາເນດ ຍັງເນັ້ນຈຸດຢືນຂອງລັດຖະບານກໍາປູເຈຍໃນຕອນນີ້ວ່າ: ກໍາປູເຈຍ “ບໍ່ມີຄວາມຈໍາເປັນ” ຕ້ອງມີການເຈລະຈາທະວີພາຄີເພື່ອເປີດດ່ານຊາຍແດນໃໝ່ ຖ້າຝ່າຍໄທຕ້ອງການໃຫ້ດ່ານຊາຍແດນຂອງກໍາປູເຈຍ ກັບມາເປີດນໍາໃຊ້ຕາມປົກກະຕິຄືກ່ອນໜ້ານີ້ສາມາດປະຕິບັດໄດ້ງ່າຍ ແລະ ວ່ອງໄວ, ກອງທັບໄທພຽງຕ້ອງເປີດດ່ານຊາຍແດນອີກໂດຍຝ່າຍດຽວ ໂດຍກໍາປູເຈຍຈະເປີດດ່ານທັງໝົດໃນຝັ່ງຂອງເຮົາໃນເວລາບໍ່ເກີນ 5 ຊົ່ວໂມງຫລັງຈາກນັ້ນ.

ອ້າງອີງ:

Hun Manet / Facebook