ອາເມລິກາ ອະນຸມັດ ຢາປ້ອງກັນ HIV ແບບສັກປີລະສອງເທື່ອ

ສໍານັກຂ່າວຣອຍເຕີລາຍງານວັນທີ 18 ມິຖຸນາ 2025, ສໍານັກງານຄະນະກໍາມະການອາຫານ ແລະ ຢາ (FDA) ຂອງອາເມລິກາ ອະນຸມັດໃຫ້ຢາ ‘Lenacapavir’ ທີ່ໃຊ້ສໍາລັບປ້ອງກັນເຊື້ອ HIV ຂອງບໍລິສັດ Gilead Sciences ໃຫ້ຈັດຈໍາໜ່າຍໄດ້ ໃນຊື່ Yeztugo ເພື່ອປ້ອງກັນການຕິດເຊື້ອ HIV ໃນຜູ້ໃຫຍ່ ແລະ ໄວລຸ່ນ ທີ່ໃຊ້ພຽງ 2 ເທື່ອຕໍ່ປີ ຫລື ທຸກໆ 6 ເດືອນ.

ບໍລິສັດຜູ້ຜະລິດຢາ Gilead Sciences ໃຫ້ຮູ້ວ່າ FDA ສະຫະລັດ ໄດ້ອະນຸມັດໃຫ້ສັກຢາ Lenacapavir ປີລະ 2 ເທື່ອ ເພື່ອປ້ອງກັນເຊື້ອ HIV ພາຍໃຕ້ຊື່ທາງການຄ້າວ່າ Yeztugo ເຊິ່ງຈາກການທົດລອງພົບວ່າ ຢາຊະນິດນີ້ຊ່ວຍຫລຸດຄວາມສ່ຽງຂອງການຕິດເຊື້ອໄດ້ດີ ແລະ ປ້ອງກັນ HIV ໄດ້ຢ່າງມີປະສິດທິພາບ ຫລາຍກວ່າການປ້ອງກັນດ້ວຍການກິນຢາແບບເມັດ PrEP ທຸກໆມື້.

ຢາປ້ອງກັນເຊື້ອ HIV ໃນກຸ່ມສ່ຽງ ທີ່ເຮົາຮູ້ຈັກກັນໃນຊື່ PrEP ຖືກນຳໃຊ້ເພື່ອປ້ອງກັນການຕິດເຊື້ອ HIV ມາຫລາຍປີແລ້ວໃນສະຫະລັດ ແລະ ຫລາຍປະເທດທົ່ວໂລກ ເຊິ່ງເປັນຢາທີ່ຕ້ອງໄດ້ກິນ ທຸກໆມື້, ນອກຈາກນັ້ນຍັງມີຢາ Truvada ເຊິ່ງເປັນຢາຕ້ານໄວຣັສ HIV ແບບລວມ ທີ່ຮັບປະທານທຸກມື້ເຊັ່ນກັນ ແລະ ຢາສັກ Apretude ທີ່ຕ້ອງສັກທຸກໆ ສອງເດືອນ.

ຢາ Lenacapvir ຖືໄດ້ວ່າເປັນຢາທີ່ມີຜົນຍາວນານເຖິງຫົກເດືອນ ແລະ ອາດຈະເປັນທາງເລືອກທີ່ຫນ້າສົນໃຈສໍາລັບຜູ້ທີ່ບໍ່ຕ້ອງການໄປຫາຫມໍເລື້ອຍໆ ຫລື ມີຄວາມກັງວົນທີ່ຈະຕ້ອງກິນຢາທຸກມື້. ຢ່າງໃດກໍ່ຕາມ ຢານີ້ພຽງແຕ່ປ້ອງກັນໂລກເອດສເທົ່ານັ້ນ ແລະ ບໍ່ສາມາດປ້ອງກັນພະຍາດຕິດຕໍ່ທາງເພດສໍາພັນອື່ນໆໄດ້.

ປັດຈຸບັນ ຍັງບໍ່ມີການປະກາດລາຄາຂອງ Yeztugo, ແຕ່ໂຄສົກຂອງບໍລິສັດກ່າວວ່າ “ຢາຊະນິດນີ້ອາດຈະຢູ່ໃນລະດັບດຽວກັບຢາ PrEP ຍີ່ຫໍ້ອື່ນໆ ທີ່ມີຢູ່” ເຊິ່ງລາຄາອາດຈະອ່າວແພງ ແລະ ອາດຈະບໍ່ເຂົ້າເຖິງປະຊາຊົນໃນປະເທດທີ່ມີລາຍໄດ້ຕໍ່າ.