ສະພາອີຣານອະນຸມັດປິດຊ່ອງແຄບໂຮມຸກ ເສັ້ນທາງສົ່ງນໍ້າມັນ 20% ຂອງໂລກ ຕອບໂຕ້ທ່ານ ທຣໍາ ໂຈມຕີໂຮງງານນິວເຄຼຍ

ສື່ທາງການອີຣານລາຍງານໃນວັນທີ 22 ມິຖຸນາວ່າ: ລັດຖະສະພາອີຣານໄດ້ບັນລຸມະຕິຮັບຮອງມາດຕະການປິດຊ່ອງແຄບໂຮມຸກ ເຊິ່ງເປັນຊ່ອງທາງແລ່ນເຮືອທີ່ມີຄວາມສໍາຄັນສໍາລັບການຂົນສົ່ງນໍ້າມັນທາງທະເລ ໂດຍໃນປີ 2024 ມີປະລິມານການຂົນສົ່ງນໍ້າມັນຜ່ານຊ່ອງແຄບນີ້ຫລາຍກວ່າ 30% ຈາກປະລິມານການຂົນສົ່ງນໍ້າມັນທາງທະເລທົ່ວໂລກ.
ການຮັບຮອງຂອງລັດຖະສະພາອີຣານ ເກີດຂຶ້ນທັນທີຫລັງຈາກອາເມລິກາໂຈມຕີໂຮງງານນິວເຄຼຍ 3 ແຫ່ງຂອງອີຣານ.
ຂະນະທີ່ສະພາຄວາມໝັ້ນຄົງແຫ່ງຊາດຂອງອີຣານ ແລະ ທ່ານ ຢາຕໍເລາະ ອາລີ ຄາເມເນອີ ຜູ້ນໍາສູງສຸດຂອງອີຣານ ຈະເປັນຜູ້ຕັດສິນໃຈໃນຂັ້ນສຸດທ້າຍ ວ່າຈະດໍາເນີນມາດຕະການປິດຊ່ອງແຄບໂຮມຸກ ຫລື ບໍ່.
ຊ່ອງແຄບໂຮມຸກ ເຊິ່ງແບ່ງການຄວບຄຸມລະຫວ່າງອີຣານ ແລະ ໂອມານ ເປັນຊ່ອງທາງສໍາຄັນໃນການຂົນສົ່ງນໍ້າມັນຈາກປະເທດໃນອ່າວເປີເຊຍ ໂດຍເຊື່ອມອ່າວເປີເຊຍກັບມະຫາສະໝຸດເປີດ ມີຄວາມຍາວ 167 ກິໂລແມັດ ແລະ ມີຄວາມກວ້າງໃນຈຸດທີ່ແຄບທີ່ສຸດປະມານ 33 ກິໂລແມັດ.
ຈາກຂໍ້ມູນຂອງສໍານັກງານຂໍ້ມູນຂ່າວສານດ້ານພະລັງງານຂອງອາເມລິກາ (EIA) ພົບວ່າໃນປີ 2024 ມີນໍ້າມັນປະມານ 20 ລ້ານບາເຣລ ຫລື 20% ຂອງອັດຕາຊົມໃຊ້ນໍ້າມັນທົ່ວໂລກ ທີ່ຖືກຂົນສົ່ງຜ່ານຊ່ອງແຄບນີ້.
ສໍາລັບນໍ້າມັນດິບ ແລະ ແກັສທໍາມະຊາດຫລາຍກວ່າ 80% ທີ່ຂົນສົ່ງຜ່ານຊ່ອງແຄບໂຮມຸກ ຖືກສົ່ງໄປຕະຫລາດໃນອາຊີ ໂດຍຈີນ, ອິນເດຍ, ຍີ່ປຸ່ນ ແລະ ສ.ເກົາຫລີ ເຊິ່ງເປັນຜູ້ຮັບຊື້ນໍ້າມັນດິບລາຍໃຫຍ່ທີ່ສຸດ ອາດຈະໄດ້ຮັບຜົນກະທົບຫລາຍທີ່ສຸດຈາກການປິດຊ່ອງແຄບ.
ຂະນະທີ່ຕະຫລາດນໍ້າມັນອາເມລິກາຄາດວ່າຈະໄດ້ຮັບຜົນກະທົບເຊັ່ນກັນຖ້າຊ່ອງແຄບຖືກປິດ ໂດຍຂໍ້ມູນຂອງ EIA ພົບວ່າ: ອາເມລິການໍາເຂົ້ານໍ້າມັນຈາກປະເທດໃນອ່າວເປີເຊຍປະມານ 532,000 ບາເຣລຕໍ່ວັນໃນປີ 2024.
ຜູ້ຊ່ຽວຊານຫລາຍຄົນຕີລາຄາຜົນກະທົບຈາກການປິດຊ່ອງແຄບໂຮມຸກ ວ່າອາດດຶງລາຄານໍ້າມັນເພີ່ມຂຶ້ນຈາກ 73 ໂດລາຕໍ່ບາເຣລ ໄປເຖິງລະດັບ 120 ໂດລາຕໍ່ບາເຣລ.
ເຖິງຢ່າງໃດກໍຕາມ, ຜູ້ຊ່ຽວຊານບາງຄົນເບິ່ງວ່າ: ການທີ່ອີຣານເຄື່ອນໄຫວໃນລັກສະນະຂູ່ປິດຊ່ອງແຄບໂຮມຸກ ອາດນໍາໄປສູ່ການຕອບໂຕ້ໃນທັນທີຈາກອາເມລິກາ ແລະ ຈະສົ່ງຜົນໃນທາງລົບຕໍ່ຕະຫລາດນໍ້າມັນຂອງອີຣານເອງ.
ອ້າງອີງ:

