ອິດສະລາແອນຢືນຢັນ ຕົກລົງຢຸດຍິງກັບອີຣານຕາມທີ່ທ່ານ ທຣໍາ ສະເໜີ ເຕືອນຕອນໂຕ້ຮຸນແຮງຖ້າລະເມີດ

ສໍານັກງານນາຍົກລັດຖະມົນຕີອິດສະລາແອນອອກຖະແຫລງການວ່າ: ອິດສະລາແອນຕົກລົງຢຸດຍິງກັບອີຣານແລ້ວ ຕາມຂໍ້ສະເໜີຂອງທ່ານ ໂດນັລ ທຣໍາ ປະທານາທິບໍດີແຫ່ງອາເມລິກາ ໂດຍຖືເປັນການຢືນຢັນຢ່າງເປັນທາງການ.
ເນື້ອໃນຖະແຫລງການລະບຸວ່າ: ການຕອບຮັບຂໍ້ຕົກລົງເກີດຂຶ້ນຫລັງຈາກອິດສະລາແອນ “ບັນລຸຈຸດປະສົງທັງໝົດ” ຫລັງຈາກການໂຈມຕີອີຣານເປັນເວລາເກືອບ 2 ອາທິດ.
“ອິດສະລາແອນໄດ້ກໍາຈັດໄພຄຸກຄາມການດໍາລົງຢູ່ທັງ 2 ຢ່າງຂອງອີຣານ ທັງອາວຸດນິວເຄຼຍ ແລະ ລູກສອນໄຟໄລຍະໄກ. ນອກຈາກນີ້ ກອງທັບອິດສະລາແອນຍັງຄວບຄຸມນ່ານຟ້າຂອງເຕຫະຣານໄດ້ຢ່າງສົມບູນ, ໂຈມຕີຜູ້ນໍາກອງທັບອີຣານຢ່າງຮຸນແຮງ ແລະ ທໍາລາຍເປົ້າໝາຍສໍາຄັນຂອງລະບອບການປົກຄອງຫລາຍສິບແຫ່ງໃນອີຣານ”.
ຖະແຫລງການຍັງລະບຸວ່າ: ໃນວັນນີ້ກ່ອນຈະເລີ່ມຕົ້ນຢຸດຍິງ ອິດສະລາແອນກໍາຈັດເຈົ້າໜ້າທີ່ຫລາຍຮ້ອຍຄົນຂອງກອງກໍາລັງເຄິ່ງທະຫານ Basij ທີ່ລັດຖະບານອີຣານມັກໃຊ້ປາບປາມຜູ້ປະທ້ວງ ແລະ ກໍາຈັດນັກວິທະຍາສາດນິວເຄຼຍລະດັບສູງໄດ້ອີກ 1 ຄົນ.
ຖະແຫລງການເຊິ່ງລະບຸໃນນາມຂອງທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີ ຍັງສະແດງຄວາມຂອບໃຈທ່ານ ທຣໍາ ແລະ ອາເມລິກາ ສໍາລັບການສະໜັບສະໜູນທາງທະຫານ “ໃນການກໍາຈັດໄພຄຸກຄາມນິວເຄຼຍຂອງອີຣານ” ພ້ອມທັງເຕືອນເຖິງອີຣານວ່າ: “ອິດສະລາແອນຈະຕອບໂຕ້ຢ່າງແຂງແຮງຕໍ່ການລະເມີດການຢຸດຍິງໃດໆ”.
ອ້າງອີງ:

