ຮີບຮ້ອນປະກອບເອກະສານຄົບຊຸດຕາມກົດໝາຍກຳນົດໄວ້ ສ້ອມແປງໄວ ການໄປມາກໍ່ສະດວກ
ໂດຍ: ຜາຕຸງ
ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ນີ້ ນອກຈາກບັນຫາເລື່ອງ ການເພີ່ມຂື້ນຂອງຄ່າກະແສໄຟຟ້າໃນແຕ່ລະເດືອນແລ້ວ ອີກບັນຫາໜຶ່ງທີ່ສະມາຊິກສະພາແຫ່ງຊາດໃຫ້ຄວາມສົນໃຈ ແລະ ຊັກຖາມພາກລັດຖະບານຫລາຍທີ່ສຸດກໍ່ແມ່ນເລື່ອງກອງທຶນການບູລະນະສ້ອມແປງທາງທີ່ລັດຖະບານສະໜອງງົບປະມານແຕ່ລະປີ ນັ້ນໄດ້ນຳໄປໃຊ້ຈ່າຍໃນການບູລະນະສ້ອມແປງທາງແນວໃດ ໃນບ້ວງເງິນກອງທຶນທາງ 800 ຕື້ກີບ ໃນ 694 ໂຄງການ, ເພາະບັນຫາທັງໝົດນີ້ ມັນມີຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ ກໍ່ຄືການພັດທະນາພື້ນຖານໂຄ່ງລ່າງເສດຖະກິດຂອງປະເທດຢ່າງກວ້າງຂວາງ.
ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ວ່າ: “ ການຈັດຕັ້ງປະຕິບັດບ້ວງເງິນກອງທຶນທາງຈຳນວນ 800 ຕື້ກີບ ມາຮອດຕົ້ນເດືອນມິຖຸນາ 2025 ນີ້ໄດ້ຮັບການສະເໜີຈາກ ກະຊວງໂຍທາທິການ ແລະ ຂົນສົ່ງ ລວມມີ 694 ໂຄງການ, ຜ່ານມາສາມາດສ້າງເປັນແຜນການລົງທຶນ ແລະ ໄດ້ລາຍງານລັດຖະບານພິຈາລະນາແລ້ວມີ 614 ໂຄງການ, ມູນຄ່າ 452 ຕື້ກວ່າກີບ, ສ່ວນທີ່ຍັງເຫລືອຈຳນວນ 80 ໂຄງການ, ມູນຄ່າ 347 ຕື້ກວ່າກີບ ເປັນໂຄງການໃໝ່ຍັງບໍ່ສາມາດຄົ້ນຄວ້າ ສ້າງເປັນແຜນການລົງທຶນຂອງລັດໄດ້ ເນື່ອງຈາກການປະກອບເອກະສານຍັງບໍ່ທັນຄົບຖ້ວນຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ’’.
ໂດຍລວມແລ້ວບັນຫາທີ່ຕິດພັນກັບການຈັດສັນງົບປະມານກອງທຶນທາງ ຍັງມີຄວາມຄືບໜ້າຊ້າ ເນື່ອງຈາກສ່ວນໃຫຍ່ເປັນໂຄງການຟື້ນຟູ ພາຍຫລັງລະດູຝົນ, ໄລຍະເດືອນ ຕຸລາ ຫາ ພະຈິກ ຂອງແຕ່ລະປີ ຈຶ່ງສາມາດເກັບກຳຜົນເສຍຫາຍມາປະເມີນມູນຄ່າສ້ອມແປງແລ້ວຈຶ່ງຄົ້ນຄວ້າກຳນົດເປັນໂຄງການ ຊຶ່ງເກີນໄລຍະເວລາຂອງການສ້າງແຜນການລົງທຶນ. ດັ່ງນັ້ນ, ລັດຖະມົນຕີ ກະຊວງການເງິນ ໄດ້ແນະນຳວ່າ ສຳລັບມາດຕະການໃນຕໍ່ໜ້າ ສະເໜີໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນປະກອບເອກະສານຄົບຊຸດຕາມກົດໝາຍກຳນົດ ເພື່ອດຳເນີນການປະເມີນໃຫ້ສຳເລັດ ແລ້ວສະເໜີໃຫ້ລັດຖະບານພິຈາລະນາ ແລະ ສະພາແຫ່ງຊາດຮັບຮອງຕາມຂັ້ນຕອນ ແລະ ລະບຽບການ, ເພື່ອເຮັດໃຫ້ການນຳໃຊ້ເງິນບ້ວງກອງທຶນທາງໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ ແລະ ໃຫ້ຖືກຕ້ອງສອດຄ່ອງຕາມນະໂຍບາຍ ຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ ທີ່ສະມາຊິກສະພາແຫ່ງຊາດ ເຫັນດີເປັນເອກະພາບດ້ານຫລັກການ ລວມທັງທິດທາງ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ.
ແນວໃດກໍ່ດີ ເພື່ອໃຫ້ວຽກງານກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່ ພາກສ່ວນກ່ຽວຂ້ອງຄວນໄດ້ຮີບຮ້ອນເລັ່ງປະກອບເອກະສານຄົບຊຸດຕາມກົດໝາຍກຳນົດ ເພື່ອດຳເນີນການປະເມີນໃຫ້ສຳເລັດ ແລ້ວສະເໜີໃຫ້ລັດຖະບານພິຈາລະນາ ແລະ ສະພາແຫ່ງຊາດຮັບຮອງຕາມຂັ້ນຕອນ ແລະ ລະບຽບການ ເພື່ອເຮັດໃຫ້ເສັ້ນທາງຫລວງສາຍຕ່າງໆ ໂດຍສະເພາະ ແມ່ນທາງຫລວງແຫ່ງຊາດທີ່ສຳຄັນໄດ້ຮັບການປັບປຸງປົວແປງໃຫ້ດີຂື້ນ ຮັບປະກັນເຮັດໃຫ້ການໄປມາຫາສູ່ ແລກປ່ຽນສິນຄ້າ ການເຊື່ອມໂຍງເຊື່ອມຈອດກັບຂົງເຂດ ແລະ ພາກພື້ນນັບມື້ສະດວກສະບາຍຂຶ້ນກວ່າເກົ່າ,
ສິ່ງສຳຄັນແມ່ນພາຍຫລັງຟື້ນຟູເສັ້ນທາງໃຫ້ການສັນຈອນໄດ້ສະດວກ, ຕ້ອງໄດ້ລະດົມໃຫ້ຜູ້ປະກອບການທີ່ນໍາໃຊ້ເສັ້ນທາງຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ ປະກອບສ່ວນເສຍຄ່າຜ່ານທາງຕາມອັດຕາທີ່ເໝາະສົມ ດ້ວຍວິທີການຜ່ານລະບົບທັນສະໄໝ (ລັດເປັນຜູ້ເກັບ) ເພື່ອເຮັດໃຫ້ລັດມີລາຍຮັບ ແລະ ສະສົມທຶນໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃຫ້ເຂົ້າສູ່ສະພາບປົກກະຕິ.

