“ການສຶກສາສ້າງຄົນ ຄົນສ້າງຊາດ” ທຸກຄົນຮູ້ດີ ແຕ່ຍັງມີຫລາຍປັດໄຈທີ່ຕ້ອງປັບປຸງໃຫ້ສອດຄ່ອງ
ໂດຍ: ທິດກໍ່າ ສົກຮຽນ 2024-2025 ໄດ້ເລີ່ມເປີດການຮຽນ-ການສອນມາແຕ່ວັນທີ 2 ກັນຍາ 2024 ເຊິ່ງຕາມປົກກະຕິແລ້ວ ແມ່ນເປີດໃນວັນທີ 1 ກັນຍາ ແຕ່ກົງກັບວັນອາທິດຈຶ່ງໄດ້ເລື່ອນມາໃສ່ວັນທີ 2 ກັນຍາ ອັນເປັນຕອນເຊົ້າວັນຈັນຈຶ່ງສາມາດເປີດການຮຽນ-ການສອນຢ່າງເປັນທາງການໄດ້. ແນວໃດກໍຕາມ, ເຖິງວ່າຢູ່ໃນຊ່ວງສະພາບການບ້ານເມືອງພວມປະສົບບັນຫາວິກິດທາງດ້ານເສດຖະກິດ-ການເງິນ ອັນມີຜົນກະທົບຢ່າງໃຫຍ່ຫລວງຕໍ່ຊີວິດການເປັນຢູ່ຂອງຕໍາຫລວດ, ທະຫານ,…










