ຄອນເທັ້ນບໍ່ສ້າງສັນ ເຂົ້າຂ່າຍລາມົກອະນາຈານ ຂາດຄວາມຮັບຜິດຊອບຕໍ່ສັງຄົມ

ບົດຄວາມໂດຍ: ຜາຕຸງ
ຕ້ອງຍອມຮັບວ່າໃນຍຸກສະໄໝໃໝ່ນີ້ ການຄ້າຂາຍເຄື່ອງອອນລາຍ ສ້າງລາຍຮັບໃຫ້ສັງຄົມ, ສ້າງລາຍໄດ້ໃຫ້ປວງຊົນລາວໄດ້ເປັນຢ່າງດີ ບາງຄົນກໍຈົນມີເງິນມີຄຳ ສາມາດສ້າງເນື້ອສ້າງຕົວໃຫ້ລໍ້າລວຍມີຖານະໄດ້ດ້ວຍການໃຊ້ ຄວາມສາມາດພິເສດ, ຄວາມຖະໜັດ ແລະ ຄວາມມັກຮັກໃນອາຊີບຄ້າຂາຍ ຫລື ບາງຄົນກໍມີໄຫວພິບປາຕິພານ ສ້າງສິ່ງດຶງດູດ ໃຫ້ຄົນສົນໃຈ ເອີ້ນວ່າ “ຄອນເທັ້ນ”.
ຄອນເທັ້ນ ຖືວ່າເປັນສິ່ງສຳຄັນໃນການຄ້າຂາຍທາງອອນລາຍ ເພາະມັນສ້າງສິ່ງດຶງດູດໃຫ້ຄົນໃນສັງຄົມເຂົ້າມາເບິ່ງມາຊົມ ແລ້ວຊວນໃຫ້ມີການຊື້ເຄື່ອງ ຫລື ເປັນການສະໜັບສະໜູນຜູ້ສ້າງຄອນເທັ້ນໄປໃນຕົວ ເຊິ່ງຫລາຍຄອນເທັ້ນທີ່ນັກຂາຍອອນລາຍສ້າງຫລາຍໆຢ່າງກໍໜ້າຊື່ນຊົນ ເປັນແບບຢ່າງ, ເປັນແຮງບັນດານໃຈໃຫ້ສັງຄົມສົນໃຈມາຄ້າຂາຍ, ເປັນແຮງບັນດານໃຈໃນການຫາເງິນ ສ້າງເນື້ອສ້າງຕົວ ແຕ່ໃນຂະນະດຽວກັນກໍມີຄອນເທັ້ນບໍ່ສ້າງສັນ ໃຊ້ກິລິຍາພາສາຂຽນໄປທາງລາມົກອານາຈານ ເປັນແບບຢ່າງທີ່ບໍ່ເໝາະສົມໃຫ້ແກ່ເຍົາວະຊົນ ແລະ ສັງຄົມ ເຊິ່ງຫລາຍຄົນໃຫ້ນິຍາມຄອນເທັ້ນປະເພດນີ້ວ່າ ເປັນຄອນເທັ້ນຂີ້ເຫຍື້ອ ຫລື ຄອນເທັ້ນອຸບາດ.
ຕົວຢ່າງຄອນເທັ້ນທີ່ເປັນກະແສໃນອາທິດຜ່ານມາ ປະກົດມີເຫັນຄລິບຄອນເທັ້ນຍິງສາວຢືນຢູ່ເສັ້ນທາງບຶງທາດຫລວງ, ມີຍິງສາວຊ້ອນທ້າຍລົດຈັກ ແລະ ຍິງຊາຍຖືປ້າຍ ຢູ່ສວນສາທາລະນະເຈົ້າອານຸວົງ ຖືປ້າຍ ທີ່ມີເນື້ອໃນ ລາມົກ ໃຊ້ຄຳເວົ້າບໍ່ສຸພາບ ມາໂພສລົງໃນເພຈຂອງຕົນຈົນກາຍເປັນກະແສມີການເວົ້າເຖິ່ງຄວາມເໝາະສົມຈຳນວນຫລາຍໃນອອນລາຍ ແລະ ມີທີມງານຂອງພໍ່ຄ້າດັງຄົນໜຶ່ງກໍໃຊ້ຮູບການດຽວກັນ ໂພສລົງເພຈທີ່ມີຜູ້ຕິດຕາມຫລາຍໝື່ນຫລາຍແສນຄົນ ແລະ ກ່ອນໜ້ານີ້ກໍມີຄອນເທັ້ນແກ້ເສື້ອປະນົມ ເຊິ່ງຄອນເທັ້ນດັ່ງກ່າວ ກໍລົງທ້າຍດ້ວຍຂາຍເຄື່ອງສຳອາງ, ຂາຍຢາປົວພະຍາດຍິງ, ຂາຍຢາຄັ້ນຂອງໃຫຍ່ ແລະ ອື່ນໆ ເມື່ອເບິ່ງລົງໄປເລິກໆແລ້ວ ກຸ່ມຄົນເຫລົ່ານີ້ຮູ້ແຕ່ວິທີຂາຍເຄື່ອງ, ຮູ້ແຕ່ສ້າງຄອນເທັ້ນ, ຮູ້ແຕ່ຢາກໄດ້ເງິນ ແຕ່ຂາດຈັນຍາບັນ ຈັນຍາທຳ ບໍ່ມີຄວາມຮັບຜິດຊອບຕໍ່ສັງຄົມ ສ້າງຄວາມເສື່ອມແກ່ສັງຄົມ, ບໍ່ສົນລະບຽບກົດຫມາຍຮີດຄອງປະເພນີທີ່ດີງາມ ຂໍແຕ່ໄດ້ຍອດໄລຍອດວິວ ຫລື ໄດ້ຂາຍເຄື່ອງອອນລາຍກໍພໍ.
ຢ່າງໃດກໍຕາມ ການກະທຳ ຫລື ຄອນເທັ້ນເສື່ອມໆເຊັ່ນນີ້ເປັນການກະທຳຂອງຄົນກຸ່ມໜຶ່ງຈຳນວນໜ້ອຍໜຶ່ງເທົ່ານັ້ນ ແຕ່ເຖິງແມ່ນວ່າສິ່ງເລັກໆນ້ອຍໆ ກໍເປັນໜຶ່ງປາກົດການທີ່ສ້າງຄວາມບໍ່ຈົບງາມແກ່ສັງຄົມ, ຄວາມເລັກນ້ອຍຂອງພວກເຂົາຊໍ້າພັດມີກະແສທີ່ຮ້ອນແຮງ ທີ່ສະທ້ອນໃຫ້ເຫັນມຸມໜຶ່ງຂອງສັງຄົມທີ່ກຳລັງເສື່ອມໄປຈາກສິນທຳພໍສົມຄວນ.
ຖ້າພວກເຮົາຮ່ວມມືກັນ ຢຸດພຶດຕິກຳສ້າງຄອນເທັ້ນທີ່ເຂົ້າຂ່າຍລາມົກອະນາຈານ ຂາດຄວາມຮັບຜິດຊອບຕໍ່ສັງຄົມນັ້ນຕັ້ງແຕ່ດຽວນີ້ ແລ້ວຫັນມາສ້າງສີສັນແນວທາງທີ່ຖືກຕ້ອງ ສ້າງສັນ ກໍຈະເປັນແບບຢ່າງທີ່ດີແກ່ໃຫ້ແກ່ເຍົາວະຊົນ ໃຫ້ແກ່ລູກຫລານຜູ້ເກີດໃໝ່ໃຫຍ່ລຸນໃນພາຍພາກໜ້າ ຢ່າໃຫ້ເສຍໜ້າພາຍລຸນ ແລະ ສັງຄົມ ນອກນີ້ ກໍຢາກໃຫ້ມີພາກສ່ວນກ່ຽວຂ້ອງເປັນອີກແຮງໜຶ່ງໃນການແກ້ໄຂ ອັນໃດເຖິງຂັ້ນຜິດກົດໝາຍກໍວ່າໄປຕາມລະບຽບກົດໝາຍ ຊ່ວຍກຳຈັດພາບພົດອັນບໍ່ດີນີ້ໃຫ້ໝົດໄປກໍຈະເປັນການດີທີ່ສຸດ.

