ນັກສິລະປິນຊື່ດັງສະຫະລັດ “d4vd” ຕົກເປັນຂ່າວ ຫຼັງພົບສົບເດັກຍິງອາຍຸ 15 ປີໃນລົດເທສລາ

ລອສແອງເຈລີສ — ສຳນັກຂ່າວຕ່າງປະເທດລາຍງານວ່າ: ເຈົ້າໜ້າທີ່ຕຳຫຼວດລອສແອງເຈລີສໄດ້ກວດພົບສົບເດັກຍິງອາຍຸ 15 ປີ ພາຍໃນລົດເທສລາ (Tesla) ຄັນໜຶ່ງທີ່ຈົດທະບຽນໃນຊື່ຂອງສິລະປິນໜຸ່ມຊາວສະຫະລັດ d4vd ຫຼື David Anthony Burke .

ຮ່າງຜູ້ເສຍຊີວິດຖືກລະບຸວ່າແມ່ນ Celeste Rivas ອາຍຸ 15 ປີ ເຊິ່ງໄດ້ຫາຍຕົວໄປຕັ້ງແຕ່ເດືອນເມສາ 2024 ເຈົ້າໜ້າທີ່ພົບວ່າສົບຢູ່ໃນສະພາບເນົ່າເປື່ອຍຢ່າງຮຸນແຮງ ແລະ ຖືກຫໍ່ດ້ວຍຖົງຢາງພລາສຕິກຢູ່ໃນ ຝາກະໂປງດ້ານໜ້າຂອງລົດເທສລາ.

ຫຼັງພົບສົບ, ເຈົ້າໜ້າທີ່ໄດ້ອອກໝາຍຄົ້ນເຮືອນໃນເຂດ Hollywood Hills ທີ່ສິນລະປິນ d4vd ເຄີຍພັກອາໄສ ແລະຍຶດອຸປະກອນອີເລັກໂທຣນິກບາງສ່ວນ ເພື່ອກວດສອບຫຼັກຖານເພີ່ມເຕີມ ຕາມການລາຍງານຂອງ NBC News.

ເຖິງແມ່ນຈະມີການຄົ້ນເຮືອນແລະກວດສອບ, ແຕ່ຈົນເຖິງຂະນະນີ້ d4vd ຍັງບໍ່ຖືກຕັ້ງຂໍ້ກ່າວຫາຢ່າງເປັນທາງການ ໂດຍຕົວລາວ ແລະ ຕົວແທນໄດ້ຢືນຢັນວ່າໃຫ້ຄວາມຮ່ວມມືກັບເຈົ້າໜ້າ.

ສຳນັກງານແພດນິຕິເວດຍັງບໍ່ສາມາດລະບຸສາເຫດການຕາຍໄດ້ໃນຂະນະນີ້.

ເຫດການດັ່ງກ່າວສ້າງຄວາມສົນໃຈໃນສື່ສະຫະລັດฯ ແລະສົ່ງຜົນຕໍ່ຮູບພາບຂອງ d4vd. ລາຍງານລະບຸວ່າ: ການສະແດງແລະກິດຈະກຳບາງລາຍການຂອງລາວອາດຖືກເລື່ອນ ຫຼືຍົກເລີກ (People).

ຄອບຄົວຂອງຜູ້ເສຍຊີວິດໄດ້ສະແດງຄວາມເສຍໃຈຕໍ່ເຫດການທີ່ເກີດຂຶ້ນ ແລະມີການເປີດລະດົມທຶນເພື່ອຈັດພິທີກຳໃຫ້ເດັກຍິງ (People).


ໝາຍເຫດ: ຈົນເຖິງຂະນະນີ້, ເຈົ້າໜ້າທີ່ຍັງບໍ່ລະບຸວ່າ d4vd ເປັນຜູ້ກະທຳຜິດໂດຍກົງ ສະຖານະການຍັງຢູ່ລະຫວ່າງການສອບສວນ ແລະສື່ສາກົນຍັງຄົງຕິດຕາມຄວາມຄືບໜ້າຢ່າງໃກ້ຊິດ.

ຮຽບຮຽງຈາກ AP News, NBC News