ບຸກບືນສ້າງເສັ້ນທາງໄປທາງໜ້າຮ່ວມກັນ: ກອງປະຊຸມສຸດຍອດເພື່ອອະນາຄົດ

ພວກເຮົາ ພວມຢືນຢູ່ຈຸດທີ່ເປັນບາດລ້ຽວອັນສຳຄັນຍິ່ງ ໃນເວທີລະດັບໂລກ, ເຊິ່ງໃນປະຈຸບັນ ພວມປະເຊີນກັບຫຼາຍວິກິດການ. ໝາກຜົນຂອງການພັດທະນາທີ່ໄດ້ມາຢ່າງຍາກລຳບາກ ກຳລັງຖືກຄຸກຄາມ, ບັນດາຂໍ້ຂັດແຍ່ງທີ່ຮຸນແຮງກຳລັງລຸກລາມ, ຫຼາຍປະເທດ ຖືກວິກິດໜີ້ສິນ ແລະ ຄ່າຄອງຊີບ, ຄວາມບໍ່ສະເໝີພາບ ແລະ ການຍົກຍ້າຍຖິ່ນຖານ ໄດ້ແຜ່ລາມເປັນວົງກວ້າງ. ການປ່ຽນແປງດິນຟ້າອາກາດ ພວມສ້າງຄວາມຫຍຸ້ງຍາກລຳບາກທີ່ສຸດ ໃຫ້ແກ່ປະຊາຊົນຜູ້ທີ່ທຸກຍາກທີ່ສຸດ ແລະ ເຕັກໂນໂລຊີໃໝ່ໆ ພັດໄດ້ເພີ່ມໄພຄຸກຄາມອັນໃຫມ່ຕື່ມ ໂດຍບໍ່ໄດ້ຊ່ວຍເຫຼືອມວນມະນຸດໃນການຫຼຸດຜ່ອນຄວາມແຕກໂຕນດ້ານດິຈິຕອນທີ່ມີຢູ່ໄດ້.
ພວກເຮົາຮັບຊາບນຳກັນວ່າ ບໍ່ມີປະເທດໃດໜຶ່ງຈະສາມາດປະເຊີນກັບສິ່ງທ້າທາຍເຫຼົ່ານີ້ໄດ້ໂດຍລຳພັງ. ບັນຫາເຫຼົ່ານີ້ ຮຽກຮ້ອງໃຫ້ຕ້ອງມີວິທີການແກ້ໄຂໃນລະດັບສາກົນ ແຕ່ລະບົບຫຼາຍຝ່າຍທີ່ມີໄວ້ເພື່ອແກ້ໄຂສິ່ງທ້າທາຍສະໄໝໃໝ່ ຊ້ຳພັດບໍ່ທັນສະໄໝ. ລະບົບໂຄງສ້າງສາກົນ ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ໄດ້ຖືກສ້າງຂຶ້ນໃນສັດຕະວັດທີ່ຜ່ານມາ. ລະບົບການເງິນສາກົນ ກໍລ້າສະໄໝເຊັ່ນກັນ, ເຊິ່ງສະທ້ອນໃຫ້ເຫັນສະພາບຂອງໂລກ ໃນຕອນທີ່ມັນໄດ້ຖືກສ້າງຕັ້ງຂຶ້ນມາເກືອບ 80 ປີທີ່ແລ້ວ. ສະຖາບັນເຫຼົ່ານີ້ຍັງຂາດກະບອກສຽງ ແລະ ການເປັນຕົວແທນຂອງບັນດາປະເທດກໍາລັງພັດທະນາທີ່ບໍ່ໄດ້ຮັບການສະໜັບສະໜູນຢ່າງ ເໝາະສົມໃນຄວາມພະຍາຍາມຂອງປະເທດເຫຼົ່ານີ້ ທີ່ຈະບັນລຸເປົ້າໝາຍການພັດທະນາແບບຍືນຍົງ (ປພຍ).
ພວກເຮົາຍັງເຫຼືອເວລາບໍ່ເຖິງ 7 ປີກໍຈະຮອດກຳນົດເວລາຂອງການບັນລຸ ປພຍ, ແຕ່ການເກີດວິກິດການທັງໝົດເຫຼົ່ານີ້ ໄດ້ສະແດງໃຫ້ເຫັນວ່າລະບົບຫຼາຍຝ່າຍໃນປະຈຸບັນ ບໍ່ສາມາດຮັບປະກັນອະນາຄົດໄດ້. ໂລກຂອງພວກເຮົາ ຕ້ອງຄິດຄືນໃຫມ່ ເພື່ອປະຕິຮູບ ແລະ ຟື້ນຟູລະບົບຫຼາຍຝ່າຍ ເພື່ອໃຫ້ແທດເໝາະກັບໂລກທີ່ພວກເຮົາອາໄສຢູ່ໃນປະຈຸບັນ.
ຍ້ອນສະພາບດັ່ງກ່າວ, ທ່ານເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຈຶ່ງໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳໂລກມາເຕົ້າໂຮມກັນໃນ ກອງປະຊຸມສຸດຍອດເພື່ອອະນາຄົດ , ເຊິ່ງແນ່ໃສ່ໃຫ້ມີການຈິນຕະນາການຄືນໃໝ່ກ່ຽວກັບລະບົບສາກົນ ໂດຍຜ່ານຄວາມສາມັກຄີ ແລະ ການປະສານສົມທົບກັນໃນທົ່ວໂລກ. ກອງປະຊຸມສຸດຍອດດັ່ງກ່າວ ຈະຈັດຂຶ້ນໃນວັນທີ 22-23 ກັນຍາ 2024 ທີ່ນະຄອນນິວຢອກ, ເຊິ່ງຖືເປັນໂອກາດພິເສດໜຶ່ງ ສຳລັບບັນດາປະມຸກລັດ/ຫົວໜ້າລັດຖະບານ ໃນການຮ່ວມກັນຮັບມືກັບບັນດາວິກິດການທີ່ທັບຊ້ອນກັນ ໂດຍຜ່ານລະບົບການຮ່ວມມືຫຼາຍຝ່າຍ ທີ່ມີຄວາມເປັນທຳ, ກວມລວມ ແລະ ມີປະສິດທິຜົນຫຼາຍຂຶ້ນກວ່າເກົ່າ – ເປັນລະບົບທີ່ເຮັດໜ້າທີ່ເພື່ອຜົນປະໂຫຍດຂອງໝົດທຸກປະເທດ ແລະ ໝົດທຸກຄົນ ແລະ ເປັນລະບົບທີ່ເຮັດໃຫ້ທຸກຄົນສາມາດພ້ອມກັນກ້າວໄປ.
ກອງປະຊຸມສຸດຍອດຄັ້ງນີ້ ຈະເປັນການເລີ່ມຂະບວນການປ່ຽນແປງທີ່ຈຳເປັນໃນລະດັບໂລກ ເພື່ອກະຕຸກຊຸກຍູ້ຄວາມສຳເລັດໃນລະດັບຊາດ. ໂດຍສານຕໍ່ຜົນຂອງກອງປະຊຸມສຸດຍອດ ປພຍ ທີ່ຜ່ານມາ, ກອງປະຊຸມບັນດາຜູ້ນຳໂລກໃນປີນີ້ ຈະເປັນເວທີ ເພື່ອເລັ່ງລັດການປະຕິບັດວາລະປີ 2030 ເພື່ອການພັດທະນາແບບຍືນຍົງ. ຈຸດປະສົງຫຼັກຂອງກອງປະຊຸມສຸດຍອດແມ່ນເພື່ອສ້າງເອກະສານ ຂໍ້ຕົກລົງເພື່ອອະນາຄົດ ທີ່ເນັ້ນໃສ່ການຈັດຕັ້ງປະຕິບັດຕົວຈິງ, ເຊິ່ງປະກອບມີ 5 ພາກທີ່ສຳຄັນ ຄື: ການພັດທະນາແບບຍືນຍົງ ແລະ ການສະໜອງເງິນທຶນ; ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ; ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ; ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມ ແລະ ຄົນຮຸ້ນຕໍ່ໄປ; ແລະ ການຫັນປ່ຽນລະບົບການປົກຄອງຂອງໂລກ.
ທຸກໆທາງເລືອກທີ່ພວກເຮົາຕັດສິນໃຈໃນມື້ນີ້ ຈະມີຜົນກະທົບຍາວນານຕໍ່ຄົນຮຸ້ນຫຼັງ. ຖ້າພວກເຮົາກະຈາຍຊັບພະຍາກອນ ແລະ ກາລະໂອກາດຢ່າງເປັນທຳຫຼາຍເທົ່າໃດ, ພວກເຮົາກໍ່ຍິ່ງປູພື້ນຖານ ໄປສູ່ຜົນໄດ້ຮັບທີ່ດີກວ່າໃຫ້ແກ່ຄົນຮຸ້ນຕໍ່ໆໄປ ຫຼາຍເທົ່ານັ້ນ. ໃນນັ້ນ ລວມມີການຊຸກຍູ້ການປະຕິຮູບໂຄງສ້າງການເງິນສາກົນ ເພື່ອໃຫ້ລະບົບດັ່ງກ່າວສາມາດຕອບສະໜອງຕາໜ່າງຄວາມປອດໄພທີ່ມີປະສິດທິຜົນໃຫ້ແກ່ບັນດາປະເທດກຳລັງພັດທະນາ ທີ່ພວມປະສົບກັບບັນຫາທ້າທາຍດ້ານງົບປະມານ ໃນການຮັກສາການລົງທຶນທີ່ຈຳເປັນດ້ານທຶນມະນຸດ ເພື່ອສ້າງເສດຖະກິດທີ່ເຂັ້ມແຂງຂຶ້ນໃນອະນາຄົດ. ນອກຈາກນັ້ນ, ຍັງໝາຍເຖິງການປະຕິບັດງານດ້ານດິນຟ້າອາກາດທີ່ເດັດຂາດຫຼາຍຂຶ້ນກວ່າເກົ່າ, ຖືເອົາຄວາມຕ້ອງການຂອງຜູ້ທີ່ບໍ່ໄດ້ປະກອບສ່ວນໃນບັນຫາການປ່ຽນແປງດິນຟ້າອາກາດ ແຕ່ຊ້ຳພັດກາຍເປັນຜູ້ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ, ໂດຍສະເພາະບັນດາປະເທດດ້ອຍພັດທະນາ. ອີກຢ່າງໜຶ່ງແມ່ນກ່ຽວຂ້ອງກັບການປິດຊ່ອງຫວ່າງຄວາມແຕກໂຕນທາງດ້ານດິຈິຕອນ ແລະ ການນໍາໃຊ້ເທັກໂນໂລຊີ ໃໝ່ໆ ເຊັ່ນ: ປັນຍາປະດິດ ເພື່ອເປັນສິ່ງຊຸກຍູ້ໃນທາງບວກສໍາລັບມວນມະນຸດທັງໝົດ ບໍ່ພຽງແຕ່ສໍາລັບຜູ້ທີ່ມີກຳລັງຈ່າຍໄດ້ເທົ່ານັ້ນ.
ອົງປະກອບຂ້າງເທິງ ແລະ ເນື້ອໃນອື່ນໆ ຂອງ ຂໍ້ຕົກລົງເພື່ອອະນາຄົດ ທີ່ຈະຮັບຮອງເອົາ ແມ່ນສອດຄ່ອງກັບ ສປປ ລາວ ເຊິ່ງເປັນປະເທດດ້ອຍພັດທະນາ ແລະ ບໍ່ມີຊາຍແດນຕິດທະເລ ທີ່ມີນະໂຍບາຍການຕ່າງປະເທດ ຄື: ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາ. ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືລະຫວ່າງລັດຖະບານກ່ຽວກັບ ຮ່າງຂໍ້ຕົກລົງດັ່ງກ່າວ ແລະ ມີຄວາມຕັ້ງໃຈທີ່ຈະໃຫ້ການນໍາຂັ້ນສູງ ເຂົ້າຮ່ວມກອງປະຊຸມສຸດຍອດ ໃນເດືອນກັນຍານີ້.
ສປປ ລາວ ຈະສານຕໍ່ວຽກງານທີ່ພວມຊຸກຍູ້ ຢູ່ໃນປະຈຸບັນ ໃນຖານະເປັນປະທານໝູນວຽນ ສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ເຊິ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງ ສປປ ລາວ ໃນການຊອກຫາວິທີແກ້ໄຂຮ່ວມກັນ ຕໍ່ບັນດາສິ່ງທ້າທາຍລວມ ຈາກຄວາມບໍ່ມີສະຖຽນລະພາບດ້ານເສດຖະກິດມະຫາພາກ, ການປ່ຽນແປງດິນຟ້າອາກາດ, ການເຄື່ອນຍ້າຍຖິ່ນຖານທີ່ບໍ່ໄດ້ວາງແຜນໄວ້ ແລະ ຕົວແທນຂອງແມ່ຍິງໃນຂະບວນການຕັດສິນບັນຫາຍັງບໍ່ທັນສູງ ໄປຈົນເຖິງການຫັນປ່ຽນດ້ານດິຈິຕອນ, ການຟື້ນຟູເສດຖະກິດ ແລະ ການເຕີບໂຕທີ່ເປັນທຳ ທີ່ສົ່ງເສີມການພັດທະນາມະນຸດ ແລະ ຄວາມຈະເລີນຮຸ່ງເຮືອງໃນທົ່ວພາກພື້ນ.
ທີມງານຂອງອົງການສະຫະປະຊາຊາດປະຈຳ ສປປ ລາວ ມີຄວາມໝາຍໝັ້ນທີ່ຈະສະໜັບສະໜູນ ສປປ ລາວ ໃນຄວາມພະຍາຍາມສົ່ງເສີມການແລກປ່ຽນ ແລະ ການຮ່ວມມືສາກົນ, ແລກປ່ຽນຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດທີ່ມີຜົນສຳເລັດ ຂອງປະເທດ ໃນເວທີສາກົນຕ່າງໆ ແລະ ໝູນໃຊ້ປະສົບການທີ່ໄດ້ຮັບການພິສູດແລ້ວຈາກປະເທດຕ່າງໆ ເພື່ອໃຫ້ບັນລຸບັນດາເປົ້າໝາຍການພັດທະນາປະເທດຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ. ທັງໝົດນີ້ ສະແດງໃຫ້ເຫັນເຖິງແຮງພັກດັນ ຂອງວຽກງານຂອງອົງການສະຫະປະຊາຊາດ ພາຍໃຕ້ຂອບວຽກການຮ່ວມມື ລະຫວ່າງ ສປປ ລາວ – ອົງການ ສປຊ ວ່າດ້ວຍການພັດທະນາແບບຍືນຍົງ ສົກປີ 2022-2026. ບົດລາຍງານແຫ່ງຊາດແບບສະໝັກໃຈ ຂອງ ສປປ ລາວ ສະບັບທີ 3 ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ວາລະປີ 2023 ເພື່ອການພັດທະນາແບບຍືນຍົງ ເປັນຕົວຢ່າງໜຶ່ງ ຂອງການຮ່ວມມືລະຫວ່າງບັນດາຜູ້ມີສ່ວນກ່ຽວຂ້ອງໃນລະດັບຊາດ ແລະ ສາກົນ.
ເພື່ອບັນລຸຕາມຈຸດປະສົງຂອງກອງປະຊຸມສຸດຍອດເພື່ອອະນາຄົດ, ການເຂົ້າຮ່ວມຢ່າງມີເນື້ອໃນ ຈາກທຸກພາກສ່ວນທີ່ກ່ຽວຂ້ອງແມ່ນສຳຄັນຫຼາຍ. ລັດຖະບານປະເທດຕ່າງໆ ກໍຄືບັນດາການຈັດຕັ້ງຢູ່ທ້ອງຖິ່ນ, ອົງການຈັດຕັ້ງທາງສັງຄັມ, ພາກເອກະຊົນ ແລະ ສະຖາບັນການເງິນ ຕະຫຼອດເຖິງຜູ້ຕາງໜ້າແມ່ຍິງ ແລະ ຊາວໜຸ່ມ ມີບົດບາດໃນການກຳນົດຜົນຂອງກອງປະຊຸມຄັ້ງນີ້. ຄຳຄິດເຫັນຂອງທຸກພາກສ່ວນ ລ້ວນແຕ່ມີຄວາມສຳຄັນຕໍ່ ຂໍ້ຕົກລົງເພື່ອອະນາຄົດ ແລະ ເອກະສານຊ້ອນທ້າຍຫຼັກສອງສະບັບຄື: ຖະແຫຼງການວ່າດ້ວຍ ຄົນຮຸ້ນຕໍ່ໄປ ແລະ ຂໍ້ຕົກລົງສາກົນດ້ານດິຈິຕອນ. ແທ້ຈິງແລ້ວ, ການມີສ່ວນຮ່ວມ ແລະ ການປຶກສາຫາລືຢູ່ພາຍໃນ ແລະ ລະຫວ່າງປະເທດຕ່າງໆ ຖືເປັນຫຼັກການຊີ້ນຳ ໃຫ້ແກ່ບັນດາຄວາມພະຍາຍາມຮ່ວມກັນເພື່ອຟື້ນຟູຄວາມໄວ້ເນື້ອເຊື່ອໃຈຂອງສາທາລະນະຊົນຕໍ່ບັນດາອົງການສາກົນ.
ກອງປະຊຸມສຸດຍອດເພື່ອອະນາຄົດ ເປັນໂອກາດຄັ້ງດຽວໃນຄົນຮຸ້ນໜຶ່ງ ທີ່ຈະຄິດທົບທວນຄືນໃໝ່ ແລະ ສ້າງຄວາມເຂັ້ມແຂງຄືນໃໝ່ ໃຫ້ແກ່ລະບົບການພົວພັນຫຼາຍຝ່າຍຂອງພວກເຮົາ. ເປົ້າໝາຍຂອງກອງປະຊຸມສຸດຍອດ ມີຄວາມຄາດຫວັງສູງ ແນໃສ່ສ້າງກາລະໂອກາດສຳຄັນເພື່ອການປ່ຽນແປງ. ບົນຈິດໃຈແຫ່ງຄວາມສາມັກຄີ ແລະ ເປົ້າໝາຍອັນດຽວກັນ, ພວກເຮົາສາມາດ ຜ່ານຜ່າສິ່ງທ້າທາຍໃນປະຈຸບັນ ແລະ ສ້າງໂລກທີ່ດີກວ່າໃຫ້ແກ່ຄົນຮຸ້ນຕໍ່ໄປ ເຊິ່ງໂອກາດດັ່ງກ່າວນີ້ ບໍ່ສາມາດປະປ່ອຍໃຫ້ຜ່ານໄປໄດ້.
ບົດຄວາມເຫັນຮ່ວມນີ້ ໄດ້ຂຽນໂດຍ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ບັກໂຮເດຍ ເບີຄະນ໋ອຟ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ.

