ມໍແຣນ ຕຳນານ ລິເວີພູລ ເສຍຊີວິດແລ້ວ
ສະໂມສອນ ລິເວີພູລ ອອກ ຖະແຫຼງການຄວາມເສຍໃຈ ແລະ ເຄົາລົບຍົກຍ່ອງ ຣອນນີ ມໍແຣນ ອະດີດຫົວໜ້າທີມ ລິເວີພູລ ທີ່ເສຍ ຊີວິດດ້ວຍອາຍຸ 83 ປີ ຫລັງບໍ່ ສະບາຍໄລຍະສັ້ນໆ ກ່ອນໜ້ານີ້.
ມໍແຣນ ຢູ່ກັບທີມ ລິເວີພູລ ມາທັງຊີວິດ ລົງຫຼິ້ນໄປກວ່າ 343 ນັດ ເມື່ອປິດອາຊີບການຄ້າແຄ່ງ ກໍຜົນຕົວເອງໄປເຮັດໜ້າທີ່ເປັນຜູ້ ຈັດການທີມ ແລະ ຍັງເຄີຍເຮັດ ໜ້າທີ່ຜູ້ຈັດການທີມຊົ່ວຄາວມາ 2 ຄັ້ງ ຈົນອຳລາວົງການໃນປີ 1998. ເຊິ່ງເຮັດໃຫ້ລາວເປັນຄົນ ທີ່ເຮັດວຽກຮ່ວມກັບສະໂມສອນຍາວນານທີ່ສຸດ.
ຖະແຫຼງການ ລະບຸວ່າ: “ສະໂມສອນ ລິເວີພູລ ຮູ້ສືກເສຍ ໃຈຢ່າງຊຸດຊື້ງກັບການຈາກໄປ ຂອງ ຣອນນີ ມໍແຣນ ເປັນໜຶ່ງໃນ ບຸກຄົນສຳຄັນທີ່ສຸດໃນປະຫວັດ ສາດ ລາວເສຍຊີວິດດ້ວຍອາຍຸ 83 ປີ ລາວເປັນທີ່ຈົດຈຳຈາກ ການເຮັດວຽກກັບທີມ 49 ປີ ລາວເຄີຍເປັນນັກເຕະ, ຜູ້ຈັດການ ທີມ, ຜູ້ຈັດການທີມສຳຮອງ, ຜູ້ ຊ່ວຍຜູ້ຈັດການທີມ ແລະ ຜູ້ຈັດ ການທີມຊົ່ວຄາວ”.

