ສຶກສາຫາຄວາມຮູ້ ແລະ ສ້າງອາຊີບໃສ່ຕົນເອງ ຄືບາດກ້າວສູ່ຄວາມເປັນຜູ້ໃຫຍ່
ໂດຍ: ຜາຕຸງ ການທີ່ເຮົາຮຽນຕໍ່ຈາກມັດທະຍົມຕອນຕົ້ນກ້າວສູ່ມັດທະຍົມຕອນປາຍ ຫຼື ຈົບຈາກມັດທະຍົມຕອນປາຍ ກ້າເຂົ້າສູ່ ວິທະຍາໄລ, ມະຫາວິທະຍາໄລ, ສະຖາບັນວິຊາຊີບໃດໜຶ່ງ ລວມທັງການໄປຮຽນຕໍ່ຢູ່ຕ່າງປະເທດ ຂອງຜູ້ທີ່ມີເງື່ອນໄຂ ລ້ວນແລ້ວແຕ່ ເປັນການດີທີ່ຊອກສະແຫວງຫາຄວາມຮູ້ຄວາມສາມາດເພື່ອມາພັດທະນາຕົນເອງ ຄອບຄົວ ກໍຄືປະເທດຊາດໃຫ້ຈະເລີນກ້າວໜ້າ ຍັງດີກວ່າຈະປະຖິ້ມເວລາຖິ້ມໂອກາດໃນການພັດທະນາຕົນເອງໄປໂດຍບໍ່ມີປະໂຫຍດ ດີກວ່າການຫຼີ້ນກິນຟຸມເຟືອຍ, ເຂົ້າຮ້ານເຫຼົ້າ, ຮ້ານເບຍເຮຮາສະໜຸກສະໜານ ອາໄສພໍ່ແມ່ຜູ້ປົກຄອງໄປແຕ່ລະມື້ແຕ່ລະວັນ…










