ທ່ານ ທຣໍາ ສະເໜີຊ່ວຍສ້າງສັນຕິພາບຫລັງຈົບສົງຄາມຣັດເຊຍ-ອູແກຣນ ເນັ້ນຜິດຫວັງທ່ານ ປູຕິນ ຄິດວ່າຈະເຈລະຈາງ່າຍ

              ປະທານາທິບໍດີ ໂດນັລ ທຣໍາ ປະກາດວ່າ: ອາເມລິກາຈະຊ່ວຍສ້າງສັນຕິພາບຫລັງຈາກສົງຄາມຣັດເຊຍ-ອູແກຣນສິ້ນສຸດລົງ.

              “ຫລັງຈາກສົງຄາມຢຸດລົງ ເຮົາຈະຊ່ວຍສ້າງສັນຕິພາບ ແລະ ຂ້າພະເຈົ້າຄິດວ່າທ້າຍທີ່ສຸດແລ້ວສິ່ງນີ້ຈະເກີດຂຶ້ນ” ທ່ານ ທຣໍາ ໃຫ້ສໍາພາດໃນລາຍການ “The Story with Martha MacCallum” ຂອງສະຖານີໂທລະພາບ Fox News ທີ່ອອກອາກາດໃນວັນທີ 18 ກັນຍາ.

              ຂະນະດຽວກັນ, ທ່ານ ທຣໍາ ຍອມຮັບວ່າ: ການຊ່ວຍຢຸດສົງຄາມຢູ່ອູແກຣນເປັນເລື່ອງທ້າທາຍກວ່າທີ່ຄິດ ແລະ ສະແດງຄວາມຜິດຫວັງຕໍ່ປະທານາທິບໍດີ ວະລາດິເມຍ ປູຕິນ ຜູ້ນໍາຣັດເຊຍ.

              “ຄວາມຂັດແຍ່ງທີ່ຂ້າພະເຈົ້າຄິດວ່າຈະຢຸດໄດ້ງ່າຍທີ່ສຸດຄືຣັດເຊຍ-ອູແກຣນ ເພາະຂ້າພະເຈົ້າມີການພົວພັນທີ່ດີກັບປະທານາທິບໍດີ ປູຕິນ, ຂ້າພະເຈົ້າເລີຍຜິດຫວັງ” ທ່ານ ທຣໍາ ກ່າວ.

              ກ່ອນໜ້ານີ້, ທ່ານ ທຣໍາ ກໍານົດເສັ້ນຕາຍໃຫ້ຣັດເຊຍບັນລຸຂໍ້ຕົກລົງຢຸດຍິງກັບອູແກຣນ ບໍ່ສະນັ້ນຈະຖືກຂວໍ້າບາດຮອບໃໝ່, ແຕ່ຣັດເຊຍບໍ່ສົນຄໍາຂູ່ຫລາຍຄັ້ງ ໂດຍທ່ານ ທຣໍາ ເຊື່ອວ່າເອີຣົບຕ້ອງຢຸດຊື້ນໍ້າມັນຈາກຣັດເຊຍ ເພື່ອເປັນການກົດດັນໃຫ້ຣັດເຊຍບໍ່ມີທາງເລືອກອື່ນນອກຈາກຕ້ອງຢຸດຄວາມຂັດແຍ່ງໃນທັນທີ.