ຈີນປະກາດເລີ່ມກໍ່ສ້າງສູນປະຍຸກໃຊ້ AI ຈີນ-ອາຊຽນ
ສໍານັກຂ່າວຊິນຮົວລາຍງານວ່າ: ຈີນປະກາດເລີ່ມການກໍ່ສ້າງສູນການຮ່ວມມືດ້ານການປະຍຸກໃຊ້ປັນຍາປະດິດລະຫວ່າງ ຈີນ-ປະເທດອາຊຽນ ຢ່າງເປັນທາງການ ໃນວັນທີ 18 ກັນຍາ ຢູ່ກອງປະຊຸມປຶກສາຫາລືລະດັບລັດຖະມົນຕີ ວ່າດ້ວຍເລື່ອງປັນຍາປະດິດ ຫລື ເອໄອ (AI) ເຊິ່ງຈັດຮ່ວມກັນໂດຍຄະນະກໍາມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ ແລະ ລັດຖະບານກວາງຊີ ໃນເມືອງໜານໜິງ ເຂດປົກຄອງຕົນເອງກວາງຊີຈ້ວງ ທາງພາກໃຕ້ຂອງປະເທດ.
ຄະນະກໍາມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ ລະບຸວ່າ: ສູນຈະເນັ້ນໃສ່ການສ້າງໂຄງລ່າງພື້ນຖານດ້ານເອໄອ, ການນໍາສະເໜີແພກຟອມໂອເພນຊໍ ແລະ ການຝຶກຝົນບຸກຄະລາກອນທີ່ມີຄວາມສາມາດດ້ານເອໄອເພື່ອສະໜັບສະໜູນການປະຍຸກນໍາໃຊ້ຕົວຈິງ ແລະ ຮັບຮອງການເຂົ້າເຖິງເຕັກໂນໂລຊີເອໄອຢ່າງເທົ່າທຽມ.
ກອງປະຊຸມດັ່ງກ່າວຍັງໄດ້ປະກາດແຜນລິເລີ່ມ ເອໄອ ພລັສ (AI Plus) ເພື່ອສົ່ງເສີມການຮ່ວມມືລະຫວ່າງ ຈີນ-ອາຊຽນ ແລະ ຈັດຕັ້ງກົນໄກການຮ່ວມມືດ້ານເອໄອລະດັບລັດຖະມົນຕີລະຫວ່າງຈີນກັບອາຊຽນ.
ທັງນີ້, ກອງປະຊຸມຄັ້ງນີ້ມີຈຸດປະສົງເພື່ອສ້າງເວທີການເຈລະຈາລະດັບສູງລະຫວ່າງ ຈີນ-ກຸ່ມປະເທດອາຊຽນ, ສົ່ງເສີມການຮ່ວມມືທາງປະຕິບັດໃນການພັດທະນາ ແລະ ທໍາມາພິບານເອໄອ ຕະຫລອດຈົນຮັບປະກັນວ່າທຸກຝ່າຍຈະໄດ້ຮັບຜົນປະໂຫຍດຈາກຄວາມກ້າວໜ້າຂອງເອໄອຮ່ວມກັນ.

