ທ່ານ ທຣໍາ – ທ່ານ ສີຈິ້ນຜິງ ກຽມພົບກັນໃນກອງປະຊຸມເອເປັກເດືອນໜ້າ
ສໍານັກຂ່າວກຽວໂດລາຍງານວ່າ: ປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ແລະ ປະທານປະເທດ ສີຈິ້ນຜິງ ຜູ້ນໍາຈີນ ຕົກລົງຈະຈັດການເຈລະຈາທະວີພາຄີນອກຮອບກອງປະຊຸມສຸດຍອດກຸ່ມການຮ່ວມມືທາງເສດຖະກິດໃນພາກພື້ນອາຊີ-ປາຊີຟິກ ຫລື ເອເປັກ (APEC) ຢູ່ ສ.ເກົາຫລີ ໃນເດືອນໜ້າ.
ຜູ້ນໍາທັງສອງເຫັນພ້ອມຕໍ່ກອງປະຊຸມສຸດຍອດດັ່ງກ່າວໃນການສົນທະນາທາງໂທລະສັບໃນວັນທີ 19 ກັນຍາ.
ກ່ອນໜ້ານີ້, ສໍານັກຂ່າວ CNN ລາຍງານໂດຍອ້າງແຫລ່ງຂ່າວລະບຸວ່າ: ເຈົ້າໜ້າທີ່ທໍານຽບຂາວກໍາລັງກະກຽມສໍາລັບການເດີນທາງຢ້ຽມຢາມ ສ.ເກົາຫລີ ຂອງປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ໃນເດືອນຕຸລາ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດເອເປັກ ເຊິ່ງປະທານາທິບໍດີ ທຣໍາ ອາດມີການເຈລະຈາທະວີພາຄີກັບປະທານປະເທດ ສີຈິ້ນຜິງ ຜູ້ນໍາຈີນ ນອກຮອບກອງປະຊຸມດັ່ງກ່າວ.
ຖ້າກອງປະຊຸມດັ່ງກ່າວເກີດຂຶ້ນແທ້ ຄາດວ່າຜູ້ນໍາທັງສອງຈະເຈລະຈາເພື່ອຢຸດການເຮັດສົງຄາມການຄ້າລະຫວ່າງກັນ ຫລັງຈາກປະທານາທິບໍດີ ທຣໍາ ໄດ້ກໍານົດອັດຕາພາສີອາກອນ 145% ສໍາລັບສິນຄ້ານໍາເຂົ້າຈາກຈີນໃນເດືອນເມສາ ສົ່ງຜົນເຮັດໃຫ້ຈີນຕອບໂຕ້ດ້ວຍການເກັບພາສີອາກອນ 125% ສໍາລັບສິນຄ້ານໍາເຂົ້າຈາກອາເມລິກາ, ແຕ່ປະທານາທິບໍດີ ທຣໍາ ໄດ້ລົງນາມໃນຄໍາສັ່ງຝ່າຍບໍລິຫານເພື່ອຢຸດການບັງຄັບໃຊ້ມາດຕະການພາສີດັ່ງກ່າວໄປຈົນຮອດເດືອນພະຈິກ. ຂະນະທີ່ເຈົ້າໜ້າທີ່ທັງສອງຝ່າຍຍັງມີການເຈລະຈາຕໍ່ໄປ.
ທັງນີ້, ລາຍງານລະບຸວ່າ: ປະທານາທິບໍດີ ທຣໍາ ອາດເດີນທາງໄປ ສ.ເກົາຫລີ ໃນທ້າຍເດືອນຕຸລາ ເພື່ອເຂົ້າຮ່ວມກອງປະຊຸມເອເປັກຢູ່ເມືອງຢອງຈູ ໃນວັນທີ 31 ຕຸລາ – 1 ພະຈິກ ແລະ ປະທານາທິບໍດີ ທຣໍາ ອາດເດີນທາງຢ້ຽມຢາມປະເທດອື່ນໃນອາຊີກ່ອນ ຫລື ຫລັງກອງປະຊຸມເອເປັກ.

