ປະທານອາຊຽນ ຮຽກຮ້ອງໃຫ້ ໄທ-ກຳປູເຈຍ ເລັ່ງເຈລະຈາຫາທາງອອກໂດຍສັນຕິວິທີ

ວິທະຍຸ ກະຈາຍສຽງ ຫວຽດນາມ ລາຍງານຂ່າວວັນທີ 25 ກໍລະກົດ 2025 ວ່າ: ທ່ານ ອັນວາ ອິບຣາຮິມ (Anwar Ibrahim) ນາຍົກລັດຖະມົນຕີ ມາເລເຊຍ, ປະທານ ອາຊຽນ 2025 ໄດ້ສະແດງ ຄວາມວິຕົກ ກັງວົນຕໍ່ ການປະທະກັນ ທີ່ເກີດຂຶ້ນ ຢູ່ເຂດ ຊາຍແດນ ໄທ-ກຳປູເຈຍ ພ້ອມທັງ ໄດ້ເນັ້ນໜັກວ່າ ສັນຕິພາບ ແມ່ນທາງເລືອກໜຶ່ງດຽວ ໃນສະພາບການ ຄວາມເຄັ່ງຕຶງ ທີ່ເພີ່ມຂຶ້ນ.

ທ່ານ ນາຍົກ ລັດຖະມົນຕີ ມາເລເຊຍ ໃຫ້ຮູ້ວ່າ ໄດ້ຕິດຕໍ່ ໂດຍກົງກັບ ທ່ານ ຮຸນ ມາເນັດ (Hun Manet) ນາຍົກລັດຖະມົນຕີ (ກຳປູເຈຍ) ແລະ ທ່ານ ພູມທຳ ເວດໄຊຍະໄຊ ຮອງນາຍົກລັດຖະມົນຕີ, ຮັກສາການ ນາຍົກ ລັດຖະ ມົນຕີ (ໄທ) ເພື່ອແນໃສ່ ຊຸກຍູ້ ການເຈລະຈາ. ທ່ານ ນາຍົກລັດຖະມົນຕີ ມາເລເຊຍ ເຊື່ອໝັ້ນວ່າ ໄທ ແລະ ກຳປູເຈຍ ລ້ວນແຕ່ໃຫ້ ບຸລິມະສິດ ຜົນປະໂຫຍດແຫ່ງຊາດ, ປາດຖະໜາ ຢາກແກ້ໄຂ ການປະທະກັນ ໂດຍສັນຕິວິທີ ແລະ ຮັກສາ ຄວາມສະໜິດ ຕິດພັນ ໃນອາຊຽນ.

ຂະນະທີ່ ມາເລເຊຍ ໃນບົດບາດ ເປັນປະທານ ອາຊຽນ 2025 ຈະໜູນຊ່ວຍ ຊຸກຍູ້ ຄວາມມານະພະຍາຍາມນີ້. ຂະນະທີ່ 3 ປະເທດ ສະມາຊິກ ອາຊຽນ ໂດຍເພາະແມ່ນ ສປປ ລາວ, ສສ ຫວຽດນາມ ແລະ ຟີລິບປິນ ກໍ່ສະແດງ ຄວາມວິຕົກກັງວົນ, ພ້ອມທັງ ຮຽກຮ້ອງໃຫ້ ໄທ ແລະ ກຳປູເຈຍ ມຸ່ງໄປເຖິງການແກ້ໄຂ ບັນດາບັນຫາ ທີ່ຫາກໍ່ເກີດຂຶ້ນນີ້ ໂດຍສັນຕິວິທີ ຜ່ານການເຈລະຈາ, ຮັກສາ ບັນດາຊ່ອງຕິດຕໍ່ເປີດ ແລະ ຮັບປະກັນ ການຫລຸດຜ່ອນ ຄວາມເຄັ່ງຕຶງ.

ທີ່ມາ: ຂ່າວສານປະເທດລາວ