ທ່ານ ທຣໍາ ເນັ້ນ ເກັບພາສີນໍາເຂົ້າຂັ້ນຕໍ່າ 15% ປະເທດບໍ່ຮ່ວມມືອາດຖືກໜັກ 50%

             ປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ຢືນຢັນວ່າ: ລັດຖະບານຈະເລີ່ມເກັບພາສີນໍາເຂົ້າທີ່ເອີ້ນວ່າພາສີຕອບໂຕ້ (reciprocal tarff) ໃນອັດຕາລະຫວ່າງ 15%-50% ພາຍຫລັງພົ້ນເສັ້ນຕາຍເຈລະຈາການຄ້າໃນວັນທີ 1 ສິງຫານີ້ ໂດຍກໍານົດໃຫ້ 15% ເປັນອັດຕາຂັ້ນຕໍ່າ. ຂະນະທີ່ປະເທດທີ່ມີການພົວພັນບໍ່ລາບລື່ນກັບອາເມລິກາອາດຖືກເກັບໃນອັດຕາສູງສຸດ 50% ໂດຍການປະກາດດັ່ງກ່າວມີຂຶ້ນລະຫວ່າງກອງປະຊຸມສຸດຍອດດ້ານປັນຍາປະດິດ (AI Summit) ຢູ່ນະຄອນຫລວງວໍຊິງຕັນ ໃນວັນທີ 23 ກໍລະກົດ.

            ຄໍາກ່າວຂອງທ່ານ ທຣໍາ ສະທ້ອນເຖິງທ່າທີທີ່ເຂັ້ມງວດຂຶ້ນຕໍ່ຄູ່ຄ້າທີ່ຍັງບໍ່ສາມາດຕົກລົງດ້ານຂອບການຄ້າກັບອາເມລິກາໄດ້ ໂດຍຖືເປັນການປັບຈຸດຢືນຈາກເມື່ອກ່ອນ ເຊິ່ງທ່ານເຄີຍລະບຸວ່າຈະສົ່ງຈົດໝາຍແຈ້ງເກັບພາສີພຽງ 10% ຫລື 15% ໃຫ້ 150 ກວ່າປະເທດ ແລະ ຢ້ອນກັບໄປໃນເດືອນເມສາ ທ່ານ ທຣໍາ ເຄີຍປະກາດເກັບພາສີ 10% ແບບຄວບຄຸມເກືອບທຸກປະເທດ.

            ເຖິງວ່າທ່ານ ທຣໍາ ແລະ ທີ່ປຶກສາຈະເຄີຍຄາດຫວັງເຮັດຂໍ້ຕົກລົງທະວີພາຄີກັບຫລາຍປະເທດ, ແຕ່ປັດຈຸບັນທ່ານກ່າວວ່າການສົ່ງຈົດໝາຍແຈ້ງພາສີຖືເປັນຂໍ້ຕົກລົງໃນຕົວແລ້ວ ແລະ ບໍ່ຕ້ອງການເຈລະຈາກັນໄປມາ. ເຖິງຢ່າງໃດກໍຕາມ, ທ່ານຍັງເປີດໂອກາດໃຫ້ບາງປະເທດເຮັດຂໍ້ຕົກລົງເພື່ອຫລຸດອັດຕາພາສີລົງໄດ້.

              ໃນວັນທີ 22 ກໍລະກົດ, ທ່ານ ທຣໍາ ປະກາດຫລຸດພາສີທີ່ຂູ່ຈະເກັບຈາກຍີ່ປຸ່ນຈາກ 25% ລົງເຫລືອ 15% ເພື່ອແລກກັບຍີ່ປຸ່ນຍົກເລີກຂໍ້ຈໍາກັດຕໍ່ສິນຄ້າຂອງອາເມລິກາບາງລາຍການ ແລະ ສະໜັບສະໜູນການລົງທຶນມູນຄ່າ 5.50 ແສນລ້ານໂດລາ. ຂະນະທີ່ ສ.ເກົາຫລີ, ອິນເດຍ ແລະ ສະຫະພາບເອີຣົບ (EU) ຍັງຢູ່ລະຫວ່າງເລັ່ງຫາຂໍ້ຕົກລົງກ່ອນມາດຕະການພາສີໃໝ່ຈະມີຜົນບັງຄັບໃຊ້.

           ທ່ານ ທຣໍາ ກ່າວອີກວ່າ: ອາເມລິກາຈະໃຊ້ພາສີນໍາເຂົ້າແບບງ່າຍໆຕໍ່ບາງປະເທດ ເນື່ອງຈາກມີຈໍານວນຫລາຍເກີນກວ່າຈະເຈລະຈາກັບທຸກປະເທດໄດ້. ພ້ອມເນັ້ນວ່າ: ການເຈລະຈາກັບ EU ມີຄວາມຄືບໜ້າຢ່າງຈິງຈັງ ແລະ ຖ້າ EU ຍອມເປີດຕະຫລາດໃຫ້ທຸລະກິດອາເມລິກາເຂົ້າເຖິງໄດ້ຫລາຍຂຶ້ນ ອາເມລິກາຈະຍອມຫລຸດອັດຕາພາສີໃຫ້.