ສະພາຄວາມໝັ້ນຄົງ ສປຊ ກຽມປະຊຸມສຸກເສີນມື້ນີ້ ຫາລືຂໍ້ຂັດແຍ່ງສູ້ຮົບຊາຍແດນ ໄທ-ກໍາປູເຈຍ

ສໍານັກຂ່າວ AFP ລາຍງານໂດຍອ້າງຂໍ້ມູນຈາກແຫລ່ງຂ່າວວ່າ: ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ກຽມຈັດກອງປະຊຸມສຸກເສີນໃນວັນທີ 25 ກໍລະກົດ ເພື່ອຫາລືກ່ຽວກັບການປະທະກັນຢູ່ບໍລິເວນຊາຍແດນໄທ ແລະ ກໍາປູເຈຍ.
ກອງປະຊຸມດັ່ງກ່າວກໍານົດຈັດຂຶ້ນຢູ່ສໍານັກງານໃຫຍ່ສະຫະປະຊາຊາດ ໃນນິວຢ໋ອກ ເວລາ 15:00 ໂມງ ຂອງວັນທີ 25 ກໍລະກົດ ຕາມເວລາທ້ອງຖິ່ນ ຫລື ກົງກັບເວລາ 02:00 ໂມງ ວັນທີ 26 ກໍລະກົດ ຕາມເວລາປະເທດລາວ ແລະ ຈະເປັນກອງປະຊຸມແບບປິດ.
ກ່ອນໜ້ານີ້, ມີລາຍງານວ່າ: ລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ ເຊິ່ງຢູ່ລະຫວ່າງປະຕິບັດພາລະກິດຮ່ວມກອງປະຊຸມເວທີຫາລືທາງການເມືອງລະດັບສູງວ່າດ້ວຍການພັດທະນາແບບຍືນຍົງ ຢູ່ສໍານັກງານໃຫຍ່ສະຫະປະຊາຊາດ ໄດ້ພົບປະຫາລືກັບທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ ພ້ອມຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີຕ່າງປະເທດປາກິດສະຖານ ໃນຖານະປະທານສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (United Nations Security Council: UNSC) ປະຈໍາເດືອນກໍລະກົດ ແລະ ລັດຖະມົນຕີກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ ປານາມາ ເຊິ່ງຈະເປັນປະທານ UNSC ໃນເດືອນສິງຫາ.
ໂດຍລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ ຢືນຢັນວ່າ: ປາກິດສະຖານ ແລະ ປານາມາ ເຫັນພ້ອມໃນການແກ້ໄຂບັນຫາຂອງໄທທີ່ຈະໃຊ້ກົນໄກທະວີພາສີ ແລະ ຖ້າມີການລະເມີດອະນຸສັນຍາອອດຕາວາຈະຕ້ອງມີການແກ້ໄຂ.
ທັງນີ້, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີກໍາປູເຈຍ ໄດ້ສົ່ງຈົດໝາຍເຖິງທ່ານ ອາຊິມ ອິບຕິຄາ ອາໝັດ ຜູ້ແທນຖາວອນປາກິດສະຖານປະຈໍາສະຫະປະຊາຊາດ ໃນຖານະປະທານໝູນວຽນຂອງ UNSC ປະຈໍາເດືອນກໍລະກົດ 2025 ໂດຍມີເນື້ອໃນປະນາມ ແລະ ກ່າວຫາວ່າ: ກອງທັບໄທເປັນຝ່າຍຮຸກຮານ ແລະ ເລີ່ມການໂຈມຕີທະຫານກໍາປູເຈຍກ່ອນ. ພ້ອມທັງຮຽກຮ້ອງໃຫ້ UNSC ຈັດກອງປະຊຸມຮີບດ່ວນ ໂດຍອ້າງວ່າເພື່ອຢັບຢັ້ງການຮຸກຮານຂອງໄທ.
ອ້າງອີງ:

