ຄົນຮ້າຍກວາດຍິງຄົນໃນຕະຫລາດນັດ ທີ່ປະເທດໄທ ເສຍຊີວິດ 6 ຄົນ

ສໍານັກຂ່າວໄທຣັດລາຍງານ ເວລາປະມານ 12:30 ວັນທີ 28 ກໍລະກົດ 2025 ເກີດເຫດຄົນຮ້າຍບຸກຍິງປະຊາຊົນໃນຕະຫລາດນັດ ຢູ່ທີ່ແຂວງ-ເຂດຈະຕຸຈັກ ກຸງເທບມະຫານະຄອນ ປະເທດໄທ, ເຈົ້າໜ້າທີ່ກວດສອບພົບມີຜູ້ເສຍຊີວິດ 6 ຄົນ ລວມທັງຄົນຮ້າຍ ແລະ ບາດເຈັບ 2 ຄົນ.
ເບື້ອງຕົ້ນເຈົ້າໜ້າທີ່ລາຍງານວ່າ ຈຸດເກີດເຫດແມ່ນໃກ້ກັບຈຸດບໍລິຈາກສິ່ງຂອງຊ່ວຍເຫລືອຜູ້ປະສົບໄພຊາຍແດນໄທ-ກໍາປູເຈຍ ຂອງ ທ່ານ ກັນ ຈອມພະລັງ, ໃນຈຳນວນຜູ້ເສຍຊີວິດລວມມີ ພະນັກງານຮັກສາຄວາມປອດໄພ(ລປພ) 4 ຄົນ ແມ່ຄ້າ 1 ຄົນ ແລະ ບາດເຈັບ 2 ຄົນ, ເຊິ່ງຜູ້ກໍ່ເຫດເປັນເພດຊາຍ ອາຍຸ 30-40 ປີ ໃສ່ໝວກແກັບສີຂາວ ເສື້ອແຂນສັ້ນສີດໍາ ຫລັງຈາກກໍ່ເຫດກໍເອົາຕົວລົບໜີ ໄປນັ່ງພັກຢູ່ກາງຕະຫລາດ ກ່ອນທີ່ຈະຈົບຊີວິດຕົວເອງ ເປັນສົບທີ 6 ໃນເວລາຕໍ່ມາ.
ຈາກການສອບສວນຂອງເຈົ້າໜ້າທີ່ສາມາດຮູ້ເບື້ອງຕົ້ນວ່າ ຄົນຮ້າຍເຄີຍເປັນ ລປພ ບໍລິສັດດຽວກັນກັບຜູ້ຖືກຍິງ, ປັດຈຸບັນຍັງຢູ່ໃນຂັ້ນຕອນການສືບສວນຂອງເຈົ້າໜ້າທີ່.

