ທ່ານ ອິຊິບະ ປະກາດລາອອກຈາກນາຍົກລັດຖະມົນຕີຍີ່ປຸ່ນ ຫວັງຫລຸດແຮງຂັດແຍ່ງພາຍໃນພັກ

              ນາຍົກລັດຖະມົນຕີ ຊິເງຣຸ ອິຊິບະ ຂອງຍີ່ປຸ່ນ ປະກາດໃນວັນທີ 7 ກັນຍາວ່າ: ທ່ານຕັດສິນໃຈລາອອກຈາກຕໍາແໜ່ງ ຫລັງຈາກຜະເຊີນແຮງກົດດັນຢ່າງໜັກໃນຫລາຍອາທິດຜ່ານມາ.

             ໃນລະຫວ່າງການຖະແຫລງຂ່າວ, ທ່ານ ອິຊິບະ ກ່າວວ່າ: “ຂ້າພະເຈົ້າຕັດສິນໃຈຍາກລໍາບາກທີ່ຈະກ້າວລົງຈາກຕໍາແໜ່ງ” ແລະ ກ່າວວ່າ: ທ່ານມີຄວາມປາຖະໜາຢ່າງແຮງກ້າທີ່ຈະໃຫ້ສະມາຊິກພັກເສລີປະຊາທິປະໄຕ (LDP) ເອົາຊະນະ “ຄວາມແຕກແຍກທີ່ຍາກລໍາບາກ” ພາຍໃນພັກໃຫ້ໄດ້.

             ທ່ານ ອິຊິບະ ລະບຸວ່າ: ຕົນເອງໄດ້ພິຈາລະນາເລື່ອງຕໍາແໜ່ງນາຍົກລັດຖະມົນຕີນັບແຕ່ການເລືອກຕັ້ງປີຜ່ານມາ, ແຕ່ເປັນເລື່ອງຂອງການຫາໄລຍະເວລາທີ່ເໝາະສົມ. ພ້ອມກ່າວວ່າ: ທ່ານຕັດສິນໃຈປະກາດລາອອກໃນຕອນນີ້ ເພາະເຫັນວ່າຂໍ້ຕົກລົງເລື່ອງພາສີກັບອາເມລິກາມີການດໍາເນີນຈົນເກີດຜົນເປັນຮູບປະທໍາແລ້ວ.

             ຜ່ານມາ, ຍີ່ປຸ່ນພະຍາຍາມຕໍ່ສູ້ຢ່າງໜັກເພື່ອບັນລຸຂໍ້ຕົກລົງທາງການຄ້າກັບອາເມລິກາ ແລະ ປົກປ້ອງອຸດສາຫະກໍາຍານພາຫະນະຂະໜາດໃຫຍ່ຂອງຕົນຈາກພາສີທີ່ສູງຂຶ້ນ ໂດຍໃນວັນທີ 4 ກັນຍາຜ່ານມາ ປະທານາທິບໍດີ ໂດນັລ ທຣໍາ ໄດ້ລົງນາມໃນຄໍາສັ່ງຝ່າຍບໍລິຫານເພື່ອບັງຄັບໃຊ້ຂໍ້ຕົກລົງທາງການຄ້າກັບຍີ່ປຸ່ນ ເຊິ່ງລວມທັງການເກັບພາສີພື້ນຖານ 15% ຈາກສິນຄ້າສ່ວນໃຫຍ່ຂອງຍີ່ປຸ່ນ ເຊິ່ງຄວບຄຸມເຖິງກຸ່ມຍານພາຫະນະ.

           ທັງນີ້, ທ່ານໄດ້ຮຽກຮ້ອງໃຫ້ພັກ LDP ຈັດການເລືອກຕັ້ງຫົວໜ້າພັກສຸກເສີນ ໂດຍຢືນຢັນວ່າຕົນເອງຈະບໍ່ລົງສະໝັກ ແລະ ຈະຍັງປະຕິບັດໜ້າທີ່ຕໍ່ໄປຈົນກວ່າຈະມີການເລືອກຜູ້ສືບທອດຕໍາແໜ່ງຄົນໃໝ່ໄດ້.

            ຍີ່ປຸ່ນ ເຊິ່ງເປັນປະເທດທີ່ມີເສດຖະກິດຂະໜາດໃຫຍ່ອັນດັບ 4 ຂອງໂລກ ຜະເຊີນຄວາມບໍ່ແນ່ນອນທາງການເມືອງນັບແຕ່ພັກ LDP ສູນເສຍສຽງສ່ວນຫລາຍໃນລັດຖະສະພາຈາກການເລືອກຕັ້ງທີ່ຈັດຂຶ້ນໃນປີຜ່ານມາ ເຊິ່ງຖືເປັນຄັ້ງທໍາອິດນັບແຕ່ປີ 2009 ທີ່ພັກ LDP ສູນເສຍສຽງສ່ວນຫລາຍໃນສະພາ ແລະ ແຮງກົດດັນຍິ່ງເພີ່ມຂຶ້ນເມື່ອພັກຮ່ວມລັດຖະບານສ້າງຜົນງານບໍ່ຄ່ອຍດີໃນການເລືອກຕັ້ງສະພາສູງໃນເດືອນກໍລະກົດ.

ອ້າງອີງ: