ວິກິດການເມືອງຝຣັ່ງຮ້ອນລະອຸ ພາຍຫລັງນາຍົກລັດຖະມົນຕີ ຟຣອງຊົວ ບາຍຣູ ກຽມຜະເຊີນມະຕິບໍ່ໄວ້ວາງໃຈ

             ສື່ຕ່າງປະເທດລາຍງານວ່າ: ລັດຖະສະພາຝຣັ່ງຄາດຄະເນວ່າຈະລົງມະຕິຖອດຖອນນາຍົກລັດຖະມົນຕີ ຟຣອງຊົວ ບາຍຣູ ອອກຈາກຕໍາແໜ່ງໃນວັນທີ 8 ກັນຍາ ຫລັງຈາກດໍາລົງຕໍາແໜ່ງໄດ້ພຽງ 9 ເດືອນ ເຊິ່ງຈະຊຸກຍູ້ໃຫ້ຝຣັ່ງ ປະເທດສະມາຊິກສໍາຄັນຂອງສະຫະພາບເອີຣົບເຂົ້າສະພາບສູນຍາກາດທາງການເມືອງຄັ້ງໃໝ່ ແລະ ສ້າງຄວາມໜັກໃຈໃຫ້ປະທານາທິບໍດີ ເອັມມານູເອລ ມາຄຣົງ.

             ການເຄື່ອນໄຫວຄັ້ງນີ້ເກີດຂຶ້ນຫລັງຈາກນາຍົກລັດຖະມົນຕີ ບາຍຣູ ຕັດສິນໃຈສະເໜີຍັດຕິຂໍຄວາມໄວ້ວາງໃຈໃນລັດຖະບານຂອງຕົນເອງ ເຊິ່ງເຮັດໃຫ້ພັນທະມິດຂອງທ່ານເອງບໍ່ທັນຕັ້ງໂຕ ໂດຍມີເປົ້າໝາຍເພື່ອຢຸດສະພາບຢຸດສະງັກທີ່ຍືດເຍື້ອມາຫລາຍເດືອນກ່ຽວກັບແຜນງົບປະມານຮັດສາຍແອວ ທີ່ຕັ້ງເປົ້າຈະຫລຸດລາຍຈ່າຍເກືອບ 4.4 ໝື່ນລ້ານເອີໂຣ (5.2 ໝື່ນລ້ານໂດລາ) ເພື່ອຫລຸດສະພາບໜີ້ສິນຂອງປະເທດ.

           ພັກຝ່າຍຄ້ານທຸກພັກຕ່າງສະແດງຈຸດຢືນຊັດເຈນວ່າ ຈະລົງມະຕິຄັດຄ້ານລັດຖະບານສຽງສ່ວນໜ້ອຍຂອງນາຍົກລັດຖະມົນຕີ ບາຍຣູ.