ທ່ານ ສີ ຈິ້ນຜິງ ພົບປະກັບ ທ່ານ ກິມ ເຈິງອຸນ ຢູ່ນະຄອນຫລວງປັກກິ່ງ
ວິທະຍຸ-ໂທລະພາບ ສູນກາງຈີນ(CGTN) ລາຍງານວ່າ: ວັນທີ 4 ກັນຍາ 2025 ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກ ກອມມູນິດຈີນປະທານປະເທດແຫ່ງ ສປ ຈີນ ໄດ້ພົບປະກັບ ທ່ານ ກິມ ເຈິງອຸນ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກ ແຮງງານເກົາຫລີ, ປະທານ ຄະນະກຳມະການ ແຫ່ງລັດ ສປປ ເກົາຫລີ ທີ່ເດີນທາງມາ ສປ ຈີນ ເພື່ອເຂົ້າຮ່ວມ ພິທີລະນຶກ ໄຊຊະນະ ສົງຄາມປະຊາຊົນຈີນ ຕໍ່ຕ້ານການຮຸກຮານ ຂອງຍີປຸ່ນ ແລະ ສົງຄາມ ຕໍ່ຕ້ານຟາດຊິດໂລກ ຄົບຮອບ 80 ປີ ຢູ່ຫໍ ສະພາປະຊາຊົນແຫ່ງຊາດ ທີ່ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ.
ໃນໂອກາດດັ່ງກ່າວ, ທ່ານ ສີຈິ້ນ ຜິງ ກ່າວວ່າ: ການເດີນທາງມາ ສປ ຈີນ ຄັ້ງນີ້ ຂອງ ທ່ານເລຂາທິການໃຫຍ່ ກິມເຈິງອຸນ ໄດ້ສະແດງ ໃຫ້ເຫັນເຖິງມານະຈິດ ອັນເດັດດ່ຽວຂອງ ສປປ ເກົາຫລີ ໃນການປົກປັກຮັກສາ ຜົນງານແຫ່ງໄຊຊະນະ ໃນສົງຄາມໂລກ ຄັ້ງທີ 2 ແລະໄດ້ສ້າງໂອກາດອັນສຳຄັນ ໃຫ້ແກ່ ສອງພັກ-ສອງລັດ ລະຫວ່າງ ສປ ຈີນ-ສປປ ເກົາຫລີ ເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ຕື່ມອີກ. ໂດຍຜະເຊີນໜ້າກັບ ສະຖານະການສາກົນ ທີ່ປັ່ນປ່ວນ ແລະ ສັບສົນ, ສປ ຈີນ ຍິນດີຮ່ວມກັບ ສປປ ເກົາຫລີ, ເພີ່ມທະວີ ການແລກປ່ຽນ ທາງຍຸດທະສາດ, ຮັດແໜ້ນ ການແລກປ່ຽນ ແລະ ການຮ່ວມມືກັນ ຢ່າງໃກ້ຊິດ, ສຸມກຳລັງແຮງ ເຂົ້າໃນການຊຸກຍູ້ ພາລະກິດສັງຄົມນິຍົມ ຂອງກັນ ແລະ ກັນ ໃຫ້ໄດ້ຮັບການພັດທະນາ ກ້າວໄປຂ້າງໜ້າ, ຮ່ວມກັນສຸກຍູ້ ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.
ທ່ານ ກິມເຈິງອຸນ ກ່າວວ່າ: ບໍ່ວ່າສະຖານະການສາກົນ ຈະຜັນແປໄປແນວໃດກໍ່ຕາມ, ມິດຕະພາບລະຫວ່າງ ສປປ ເກົາຫລີ- ຈີນ ຈະບໍ່ມີການປ່ຽນແປງ, ການລົງເລິກ ແລະ ຂະຫຍາຍການພົວພັນ ລະຫວ່າງ ສປປ ເກົາຫລີ-ສປ ຈີນ ຢ່າງບໍ່ຢຸດຢັ້ງ ແມ່ນຄວາມມຸ່ງມາດປາດຖະໜາ ທີ່ເດັດດ່ຽວຂອງ ສປປ ເກົາຫລີ. ສປປ ເກົາຫລີ ຍິນດີຮັດແໜ້ນການແລກປ່ຽນທຸກລະດັບ ລະຫວ່າງ ສອງພັກ-ສອງລັດ ຢ່າງໃກ້ຊິດ ເພື່ອຊ່ວຍຊຸກຍູ້ ການພັດທະນາ ພາລະກິດສ້າງສາຂອງພັກ-ລັດ ສປປ ເກົາຫລີ. ສປປ ເກົາຫລີ ຍິນດີລົງເລິກ ການຮ່ວມມື ດ້ານເສດຖະກິດ ການຄ້າສອງຝ່າຍ ເພື່ອໃຫ້ໄດ້ຮັບຜົນງານ ຫລາຍກວ່າເກົ່າ

