ທ່ານ ສີຈິ້ນຜິງ ແລະ ທ່ານ ປູຕິນ ພົບປະກັນຢູ່ນະຄອນຫລວງປັກກິ່ງ ເນັ້ນເຖິງການພົວພັນທີ່ໃກ້ຊິດ ຈີນ-ຣັດເຊຍ

               ປະທານປະເທດ ສີຈິ້ນຜິງ ຜູ້ນໍາ ສປ ຈີນ ແລະ ປະທານາທິບໍດີ ວະລາດິເມຍ ປູຕິນ ຜູ້ນໍາຣັດເຊຍ ພົບປະຫາລືກັນຢ່າງເປັນທາງການຢູ່ນະຄອນຫລວງປັກກິ່ງ ໃນວັນທີ 2 ກັນຍາ ເຊິ່ງເປັນການເນັ້ນເຖິງການພົວພັນແໜ້ນແຟ້ນທີ່ພັດທະນາຕໍ່ເນື່ອງນັບແຕ່ຣັດເຊຍບຸກອູແກຣນໃນປີ 2022.

              ທ່ານ ສີຈິ້ນຜິງ ກ່າວຕ້ອນຮັບທ່ານ ປູຕິນ ໃນຖານະ “ເພື່ອນເກົ່າແກ່” ພ້ອມຍົກຍ້ອງການພົວພັນທະວີພາຄີທີ່ສາມາດຢືນຢັນຕໍ່ການທົດສອບຈາກສະຖານະການໂລກ ແລະ ເປັນແບບຢ່າງການພົວພັນຂອງເພື່ອນບ້ານທີ່ເປັນມິດ, ການປະສານງານທາງຍຸດທະສາດ ແລະ ການຮ່ວມມືທີ່ເປັນປະໂຫຍດຕໍ່ທັງສອງຝ່າຍ. ຂະນະທີ່ທ່ານ ປູຕິນ ກ່າວຂອບໃຈສໍາລັບການຕ້ອນຮັບຢ່າງອົບອຸ່ນ ແລະ ລະບຸວ່າ: ການພົວພັນລະຫວ່າງສອງປະເທດຢູ່ໃນລະດັບສູງສຸດເທົ່າທີ່ເຄີຍມີມາ.

              ພາຍຫລັງການຫາລື, ທ່ານ ອາເລັກເຊ ມິວເລີ ຜູ້ບໍລິການຂອງແກັສພຣອມ (Gazprom) ປະກາດຂໍ້ຕົກລົງສົ່ງແກັສທໍາມະຊາດໃຫ້ຈີນ ແທນຕະຫລາດເອີຣົບທີ່ຖືກຈໍາກັດດ້ວຍມາດຕະການຂວໍ້າບາດ ເຊິ່ງຖືເປັນຄວາມຄືບໜ້າຂອງການຮ່ວມມືດ້ານພະລັງງານທີ່ເຈລະຈາກັນມາຍາວນານ.

             ນັບແຕ່ສົງຄາມອູແກຣນ ການຮ່ວມມືລະຫວ່າງ ຈີນ ແລະ ຣັດເຊຍ ຂະຫຍາຍຕົວຢ່າງວ່ອງໄວ ໂດຍສະເພາະດ້ານເສດຖະກິດ, ການຄ້າທະວີພາຄີເພີ່ມຂຶ້ນເຖິງລະດັບສູງສຸດ 2.45 ແສນລ້ານໂດລາ ໃນປີ 2024 ເພີ່ມຂຶ້ນ 68% ຈາກປີ 2021.