ທ່ານ ສີຈິ້ນຜິງ, ທ່ານ ປູຕິນ, ທ່ານ ກິມຈອງອຸນ ພ້ອມຜູ້ນໍາໂລກຫລາຍທ່ານ ເຂົ້າຮ່ວມຊົມການເດີນສວນສະໜາມສະຫລອງ 80 ປີ ໄຊຊະນະໃນສົງຄາມໂລກຄັ້ງທີ 2

ພິທີເດີນສວນສະໜາມສະຫລອງຄົບຮອບ 80 ປີ ວັນແຫ່ງໄຊຊະນະ (Victory Day) ເໜືອກອງທັບຍີ່ປຸ່ນໃນສົງຄາມໂລກຄັ້ງທີ 2 ຈັດຂຶ້ນຢູ່ສະໜາມທຽນອັນເໝິນ ນະຄອນຫລວງປັກກິ່ງ ເພື່ອສະແດງແສນຍານຸພາບ ໂດຍປະທານປະເທດ ສີຈິ້ງຜິງ ເດີນທາງມາເປັນປະທານໃນພິທີ ພ້ອມຜູ້ນໍາໂລກຫລາຍທ່ານເຊັ່ນ: ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ແລະ ທ່ານ ກິມຈອງອຸນ ຜູ້ນໍາສູງສຸດຂອງ ສປປ ເກົາຫລີ ໂດຍຖືເປັນຄັ້ງທໍາອິດທີ່ຜູ້ນໍາທັງສາມຢູ່ໃນພາບຖ່າຍດຽວກັນ.
ນອກຈາກທ່ານ ສີຈິ້ນຜິງ, ທ່ານ ປູຕິນ ແລະ ທ່ານ ກິມຈອງອຸນ ແລ້ວ ຍັງມີຜູ້ນໍາໂລກທີ່ເຂົ້າຮ່ວມຫລາຍທ່ານ ປະກອບມີທ່ານ ເຊບາຊ ຊາຣິບ ນາຍົກລັດຖະມົນຕີປາກິດສະຖານ, ທ່ານ ມາຊູດ ເປເຊຄຽນ ປະທານາທິບໍດີອີຣານ, ທ່ານ ປຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍ, ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ລວມທັງຜູ້ນໍາກໍາປູເຈຍ, ກາຊັກສະຖານ, ອຸສເບກິດສະຖານ, ທາຈິກິດສະຖານ, ກຽກກິດສະຖານ, ສະໂລວາເກຍ, ເຊີເບຍ, ຄິວບາ, ມັລດິບ ແລະ ມອງໂກລີ.
ສໍາລັບການເດີນສະໜາມຄັ້ງນີ້ ຈີນນໍາໃຊ້ທະຫານເຂົ້າຮ່ວມ 10,000 ກວ່າຄົນ ແລະ ນໍາເອົາອາວຸດຍຸດໂທປະກອນທີ່ພັດທະນາເອງມາສະແດງໃຫ້ຊາວໂລກຈໍານວນຫລາຍ ລວມທັງເຮືອບິນຂັບໄລ່ສເຕລ J-20 ແລະ J-35 ທີ່ນໍາອອກມາສະແດງໃນພິທີນໍາອີກ.

