ນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງພາກເໜືອ ສືບຕໍ່ເອົາໃຈໃສ່ ສົ່ງເສີມການຜະລິດສິນຄ້າ ເພື່ອຫລຸດຜ່ອນການນຳເຂົ້າ

ນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງພາກເໜືອ ສືບຕໍ່ເອົາໃຈໃສ່ ສົ່ງເສີມການຜະລິດສິນຄ້າ ເພື່ອຫລຸດຜ່ອນການນຳເຂົ້າ

ໃນໂອກາດ ຈັດກອງປະຊຸມ ປຶກສາຫາລືກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຢູ່ແຂວງອຸດົມໄຊ ໂດຍມີທ່ານເຈົ້າແຂວງອຸດົມໄຊເຂົ້າຮ່ວມ. ພ້ອມນີ້, ຍັງມີເຈົ້າແຂວງຜົ້ງສາລີ, ຫລວງນໍ້າທາ, ບໍ່ແກ້ວ, ຫລວງພະບາງ ແລະ ການນໍາແຂວງໄຊຍະບູລີ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອລາຍງານ ແລະ…

ອົງການພັດທະນາ ແລະ ບໍລິຫານຕົວເມືອງ ຫ້ວຍຊາຍ ເຮັດບົດບັນທຶກກ່າວເຕືອນ ຜູ້ຄ້າຂາຍເຄື່ອງຕາມຟຸດບາດ ກີດຂວາງການສັນຈອນ

ອົງການພັດທະນາ ແລະ ບໍລິຫານຕົວເມືອງ ຫ້ວຍຊາຍ ເຮັດບົດບັນທຶກກ່າວເຕືອນ ຜູ້ຄ້າຂາຍເຄື່ອງຕາມຟຸດບາດ ກີດຂວາງການສັນຈອນ

ວັນທີ 25 ກັນຍາ 2023, ທ່ານ ວັນນະສອນ ໂພທິປັນຍາ ຫົວໜ້າອົງການພັດທະນາ ແລະ ບໍລິຫານຕົວເມືອງ ຕາງໜ້າໃຫ້ຄະນະຄຸ້ມຄອງຕົວເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພ້ອມດ້ວຍທີມງານລົງກວດກາແກ້ໄຂບັນຫາສິ່ງກີດຂວາງ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ຕາມຕະຫລາດ ເມືອງຫ້ວຍຊາຍ ໂດຍສະເພາະແມ່ນບັນຫາການຂາຍເຄື່ອງຕາມຟຸດບາດ, ມີການຕໍ່ເຕີມອອກກວມເສັ້ນທາງ ເຊິ່ງເປັນສິ່ງກີດຂວາງທາງສັນຈອນ, ການຈອດລົດຊະຊາຍ,…

ແຈ້ງເຕືອນພາຍຸດີເປຊັ່ນ ໄລຍະວັນທີ 25-27 ກັນຍາ 2023

ແຈ້ງເຕືອນພາຍຸດີເປຊັ່ນ ໄລຍະວັນທີ 25-27 ກັນຍາ 2023

ຮ່ອງຄວາມກົດດັນອາກາດຕໍ່າ ຫລື ຮ່ອງຝົນ ໄດ້ພາດຜ່ານຢູ່ພາກໃຕ້ຂອງ ປະເທດລາວ ປ່ອງໃສ່ລົມພາຍຸດີເປ່ຊັນ ທີ່ກໍາລັງເຄື່ອນທີ່ຢູ່ໃກ້ແຄມຝັ່ງປະເທດ ຫວຽດນາມ, ໃນເວລາ 10:00 ໂມງ ຂອງວັນທີ 25 ກັນຍາ 2023. ມີຈຸດສູນ ກາງຢູ່ເສັ້ນຂະໜານທີ 15.3 ອົງສາເໜືອ ແລະ…

ຫລວງພະບາງ ສະເໜີປັບປຸງ ເສັ້ນທາງເຂົ້າເຖິງແຫລ່ງທ່ອງທ່ຽວ ແລະ ຂອດບໍລິການ ດ້ານການທ່ອງທ່ຽວເພື່ອໃຫ້ໄດ້ມາດຕະຖານ

ຫລວງພະບາງ ສະເໜີປັບປຸງ ເສັ້ນທາງເຂົ້າເຖິງແຫລ່ງທ່ອງທ່ຽວ ແລະ ຂອດບໍລິການ ດ້ານການທ່ອງທ່ຽວເພື່ອໃຫ້ໄດ້ມາດຕະຖານ

ວັນທີ 22 ກັນຍາ 2023, ກອງປະຊຸມຄະນະຊີ້ນໍາລະດັບຊາດ ໃນການຈັດປີທ່ອງທ່ຽວລາວ 2024 ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ປະທານຈັດງານປີທ່ອງທ່ຽວລາວ 2024. ສໍາລັບແຂວງຫລວງພະບາງ ເຂົ້າຮ່ວມມີທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ,…

ໄຊຍະບູລີ ສົ່ງອອກພືດເປັນສິນຄ້າ ໂດຍສະເພາະ ມັນຕົ້ນ, ໝາກເດືອຍ, ໝາກກ້ວຍຫອມ, ຖົ່ວເຫລືອງ, ໝາກໂມ, ຢາງພາລາ ປະມານ 2 ລ້ານໂຕນ

ໄຊຍະບູລີ ສົ່ງອອກພືດເປັນສິນຄ້າ ໂດຍສະເພາະ ມັນຕົ້ນ, ໝາກເດືອຍ, ໝາກກ້ວຍຫອມ, ຖົ່ວເຫລືອງ, ໝາກໂມ, ຢາງພາລາ ປະມານ 2 ລ້ານໂຕນ

ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ ໄດ້ລາຍງານໃຫ້ຊາບກ່ຽວກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄຊຍະບູລີໄລຍະ 8 ເດືອນທີ່ຜ່ານມາ ໃນໂອກາດທີ່ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດານິຕິກຳກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນຢູ່ທ້ອງຖິ່ນ ໃນວັນທີ 20-21…

ແຂວງສະຫວັນນະເຂດ ແລະ ຈັງຫວັດມຸກດາຫານ ຮ່ວມມືສົ່ງເສີມດ້ານສາທາລະນະສຸກລະດັບທ້ອງຖິ່ນ

ແຂວງສະຫວັນນະເຂດ ແລະ ຈັງຫວັດມຸກດາຫານ ຮ່ວມມືສົ່ງເສີມດ້ານສາທາລະນະສຸກລະດັບທ້ອງຖິ່ນ

ວັນທີ 18 ກັນຍາ 2023, ພະແນກສາທາລະນະສຸກແຂວງສະຫວັນນະເຂດ ສປປ ລາວ ແລະ ສໍານັກງານສາທາລະນະສຸກ ຈັງຫວັດມຸກດາຫານ ແຫ່ງ ຣາຊະອານາຈັກໄທ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ສະບັບທີ 2 ປະຈໍາປີ 2023 ເລື່ອງການຮ່ວມມືດ້ານສາທາລະນະສຸກລະດັບທ້ອງຖິ່ນ, ໂດຍແມ່ນທ່ານ ດຣ…

ຜູ້ບໍລິຫານການສຶກສາ ແຂວງສາລະວັນ ປຶກສາຫາລືການຂາດແຄນຄູສອນ

ຜູ້ບໍລິຫານການສຶກສາ ແຂວງສາລະວັນ ປຶກສາຫາລືການຂາດແຄນຄູສອນ

ກອງປະຊຸມຜູ້ບໍລິຫານການສຶກສາທົ່ວແຂວງສາລະວັນ ປະຈຳສົກປີ 2022-2023 ໄດ້ຈັດຂຶ້ນໃນວັນທີ 19 ກັນຍາ 2023 ທີ່ວິທະຍາໄລຄູສາລະວັນ ເພື່ອເຜີຍແຜ່ການປະຕິບັດນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາຂາດແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ-ການສຶກສາຊັ້ນສູງ, ເຜີຍແຜ່ມະຕິກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທົ່ວປະເທດປະຈຳສົກຮຽນ 2022-2023 ແລະ…

ນາຍົກລັດຖະມົນຕີີ ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຊຽງຂວາງ

ນາຍົກລັດຖະມົນຕີີ ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຊຽງຂວາງ

ພາຍຫລັງສໍາເລັດການເຄື່ອນໄຫວວຽກງານ ຢູ່ແຂວງຫົວພັນ, ໃນຕອນເຊົ້າວັນທີ 10 ກັນຍາ ຜ່ານມາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວຊີ້ນໍາວຽກງານ ຢູ່ແຂວງຊຽງຂວາງ ໂດຍມີທ່ານ ບຸນຈັນ ສີວົງພັນ, ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະນຳຂອງແຂວງ ໃຫ້ການຕ້ອນຮັບ. ໃນໂອກາດນີ້,…

ອັດຕະປື ເລີ່ມທົດລອງນໍາໃຊ້ ລະບົບໄຟອໍານາດ ແຕ່ປະຊາຊົນສ່ວນຫລາຍຍັງບໍ່ທັນໄດ້ຮັບຮູ້ທົ່ວເຖິງກ່ຽວກັບການນໍາໃຊ້ລະບົບໄຟອໍານາດ ຫລື ໄຟແດງ

ອັດຕະປື ເລີ່ມທົດລອງນໍາໃຊ້ ລະບົບໄຟອໍານາດ ແຕ່ປະຊາຊົນສ່ວນຫລາຍຍັງບໍ່ທັນໄດ້ຮັບຮູ້ທົ່ວເຖິງກ່ຽວກັບການນໍາໃຊ້ລະບົບໄຟອໍານາດ ຫລື ໄຟແດງ

ວັນທີ 14 ກັນຍາ 2023, ທ່ານ ພັນໂທ ທອງຄູນ ສຸວັນນະເພັດ ຫົວໜ້າພະແນກຕໍາຫລວດຈະລາຈອນ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງອັດຕະປື ລາຍງານກ່ຽວກັບການຕິດຕັ້ງ ແລະ ນໍາໃຊ້ລະບົບໄຟອໍານາດ ຫລື ໄຟແດງ ຢູ່ພາຍໃນເທສະບານແຂວງອັດຕະປືວ່າ: ການຕິດຕັ້ງລະບົບໄຟອໍານາດ ຂອງແຂວງອັດຕະປື ກໍຍ້ອນຄະນະນໍາຂອງແຂວງເຫັນໄດ້ຄວາມໝາຍຄວາມສໍາຄັນໃນການນໍາໃຊ້ລະບົບໄຟອໍານາດ…

ເຊບັ້ງໄຟ ແລະ ເຊຈຳພອນ ລະດັບນໍ້າຂຶ້ນສູງເກີນເຂດອັນຕະລາຍແລ້ວ

ເຊບັ້ງໄຟ ແລະ ເຊຈຳພອນ ລະດັບນໍ້າຂຶ້ນສູງເກີນເຂດອັນຕະລາຍແລ້ວ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ພະຍາກອນອາກາດ ແລະ ແຈ້ງເຕືອນວ່າ: ຮ່ອງຄວາມກົດດັນອາກາດຕໍ່າ ຫລື ຮ່ອງຝົນຍັງຈະສືບຕໍ່ພາດ ຜ່ານຢູ່ເຂດພາກກາງຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກ ໃນລະດັບ ຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນ ແຂວງພາກກາງ ລົງຫາ ພາກໃຕ້….