ໄຊຍະບູລີ ສົ່ງອອກພືດເປັນສິນຄ້າ ໂດຍສະເພາະ ມັນຕົ້ນ, ໝາກເດືອຍ, ໝາກກ້ວຍຫອມ, ຖົ່ວເຫລືອງ, ໝາກໂມ, ຢາງພາລາ ປະມານ 2 ລ້ານໂຕນ

ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ ໄດ້ລາຍງານໃຫ້ຊາບກ່ຽວກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄຊຍະບູລີໄລຍະ 8 ເດືອນທີ່ຜ່ານມາ ໃນໂອກາດທີ່ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດານິຕິກຳກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນຢູ່ທ້ອງຖິ່ນ ໃນວັນທີ 20-21 ກັນຍາ 2023 ຜ່ານມາ ວ່າ: ເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວລະດັບ 5% ລາຍຮັບສະເລ່ຍໃສ່ຫົວຄົນໄດ້ 35,38 ລ້ານກີບ/ຄົນ, ຮອດປັດຈຸບັນສາມາດຈັດເກັບລາຍຮັບໄດ້ 1.279 ຕື້ກວ່າກີບເທົ່າກັບ 81% ຂອງແຜນການ. ໃນນັ້ນ, ພູດຂອງສູນກາງປະຕິບັດໄດ້ 85,83% ພູດຂອງທ້ອງຖິ່ນປະຕິບັດໄດ້ 100,68%, ແຜນລາຍຈ່າຍປະຕິບັດໄດ້ 70,71%; ການສົ່ງອອກສິນຄ້າມີມູນຄ່າ 79,56 ລ້ານໂດລາສະຫະລັດ, ເທົ່າກັບ 65,75%; ມູນຄ່າສິນຄ້ານໍາເຂົ້າມີມູນຄ່າ 43,18 ລ້ານໂດລາສະຫະລັດ, ສໍາລັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແຂວງໄດ້ເປັນເຈົ້າການສຸມໃສ່ຈັດຕັ້ງຜັນຂະຫຍາຍບັນດານິຕິກຳກໍ່ຄືນະໂຍບາຍທີ່ສູນກາງໄດ້ວາງອອກເຂົ້າສູ່ວຽກງານຕົວຈິງໃຫ້ແທດ   ເໝາະກັບທ່າແຮງ ແລະ ຈຸດພິເສດຂອງແຂວງໂດຍສຸມໃສ່ 7 ໜ້າວຽກຈຸດສຸມຕົ້ນຕໍ, 3 ມາດຕະການຄວບຄູ່ ແລະ ໄດ້ມອບໝາຍໃຫ້ 10 ຂະແໜງການນຳໄປຈັດຕັ້ງປະຕິບັດຄື: ວຽກງານສົ່ງເສີມການຜະລິດ–ທຸລະກິດ ແລະ ການບໍລິການ; ວຽກການສ້າງຄວາມເຂັ້ມແຂງດ້ານການຈັດເກັບລາຍຮັບງົບປະມານ; ວຽກຄຸ້ມຄອງລາຍຈ່າຍ ແລະ ປະຕິບັດບັນດາມາດຕະການປະຢັດຢ່າງເຂັ້ມງວດ; ວຽກການຍົກສູງຄວາມຮັບຜິດຊອບວຽກງານສົ່ງເສີມການລົງທຶນ, ເພື່ອສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດ; ວຽກການແກ້ໄຂໜີ້ສິນການລົງທຶນຂອງລັດ; ວຽກຊຸກຍູ້ສາຂາລັດວິສາຫະກິດ ຫັນໄປສູ່ການດໍາເນີນທຸລະກິດຢ່າງມີຄຸນນະພາບ, ມີຜົນກໍາໄລ ແລະ ວຽກການຍົກສູງປະສິດທິຜົນການຄຸ້ມຄອງລັດດ້ວຍກົດໝາຍ. ສໍາລັບ 3 ມາດຕະການຄວບຄູ່ມີ: ມາດຕະການແກ້ໄຂສະພາບເງີນເຟີ້, ມາດຕະການແກ້ໄຂອັດຕາແລກປ່ຽນ, ແລະ ມາດຕະການຄຸ້ມຄອງລາຄາສິນຄ້າ.

ຜ່ານການຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການຕ່າງໆດັ່ງກ່າວໄດ້ເຮັດໃຫ້ວຽກງານມີການຫັນປ່ຽນດີຂຶ້ນຢ່າງຈະແຈ້ງ ສະແດງອອກສາມາດເກັບລາຍຮັບໄດ້ຫຼາຍຂຶ້ນ, ລາຍຮັບຕໍ່ຫົວຄົນເພີ່ມຂຶ້ນ, ມູນຄ່າສິນຄ້າ ເກີນດູນການຄ້າ, ການບໍລິຫານ ແລະ ຄຸ້ມຄອງວຽກງານໄດ້ຫັນສູ່ຄວາມທັນສະໄໝ ເປັນກ້າວໆ, ການຜະລິດກໍ່ເປັນຂະບວນການ ແລະ ມີລັກສະນະແຂ່ງຂັນກວ່າເກົ່າໂດຍສາມາດຜະລິດເຂົ້າໄດ້ເຫຼືອກິນ ແລະ ສາມາດສົ່ງອອກເປັນສິນຄ້າ ຫຼາຍກວ່າ 50 ພັນໂຕນ, ສົ່ງອອກສັດປະເພດຕ່າງໆເປັນສິນຄ້າ ໄດ້ຫຼາຍກວ່າ 66 ຕື້ກີບ, ສົ່ງອອກພືດເປັນສິນຄ້າທີ່ພົ້ນເດັ່ນແມ່ນ ມັນຕົ້ນ, ໝາກເດືອຍ, ໝາກກ້ວຍຫອມ, ຖົ່ວເຫຼືອງ, ໝາກໂມ, ຢາງພາລາ ແລະ ອື່ນໆລວມປະມານ 2 ລ້ານໂຕນ. ນອກນັ້ນກົນໄກ ແລະ ຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດກໍ່ໄດ້ຮັບການປັບປຸງມີຄວາມສະດວກຂຶ້ນ, ສາມາດຫຼຸດຂັ້ນຕອນ ແລະ ໄລຍະເວລາສັ້ນເຂົ້້າ, ໄດ້ປັບປຸງຄະນະປະສານງານປະຕູດຽວ ແລະ ຜູ້ປະສານງານ ທີ່ປະຈຳຢູ່ພະແນກການຕ່າງໆ ເພ່ື່ອຮັບປະກັນການປະສານງານໃຫ້ຄ່ອງຕົວກວ່າເກົ່າ, ທັງສາມາດແກ້ໄຂບັນຫາໜີ້ສິນ ການລົງທຶນຂອງລັດ ໄດ້ເກືອບ 300 ຕື້ກີບ. ທັງໝົດນັ້ນ ໄດ້ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນແຂວງໄຊຍະບູລີ ນັບມື້ດີຂຶ້ນເປັນກ້າວໆ.