ຫລວງພະບາງ ສະເໜີປັບປຸງ ເສັ້ນທາງເຂົ້າເຖິງແຫລ່ງທ່ອງທ່ຽວ ແລະ ຂອດບໍລິການ ດ້ານການທ່ອງທ່ຽວເພື່ອໃຫ້ໄດ້ມາດຕະຖານ

ວັນທີ 22 ກັນຍາ 2023, ກອງປະຊຸມຄະນະຊີ້ນໍາລະດັບຊາດ ໃນການຈັດປີທ່ອງທ່ຽວລາວ 2024 ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ປະທານຈັດງານປີທ່ອງທ່ຽວລາວ 2024. ສໍາລັບແຂວງຫລວງພະບາງ ເຂົ້າຮ່ວມມີທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ຖວທ ແຂວງ.

ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ແຂວງຫລວງພະບາງ ໄດ້ປະກອບຄວາມຄິດເຫັນ ພ້ອມລາຍງານສະພາບລວມວຽກທີ່ໄດ້ສໍາເລັດການກະກຽມຕ່າງໆ ສໍາລັບ ປີທ່ອງທ່ຽວລາວ 2024, ລວມມີແຜນກິດຈະກຳທັງໝົດ 9 ແຜນງານ 34 ກິດຈະກຳ ແລະ ວຽກງານສະຫລຸບຕີລາຄາດ້ານວຽກງານພົ້ນເດັ່ນດ້ານວຽກງານການທ່ອງທ່ຽວຂອງແຂວງ. ນອກນັ້ນ ຍັງສະເໜີໃຫ້ຊັບຊ້ອນບັນດາຮູບພາບແຫລ່ງທ່ອງທ່ຽວທີ່ເປັນມໍລະດົກໂລກ ເຂົ້າໃນໂລໂກ້, ເພື່ອເປັນການໂຄສະນາການທ່ອງທ່ຽວໃຫ້ກວ້າງຂວາງ, ເຫັນດີຕໍ່ຄໍາຂວັນທີ່ທາງສູນກາງໄດ້ສະເໜີ ແລະ ໂຮມບາງກິດຈະກຳທີ່ເປັນກິດຈະກຳຂອງແຂວງຫລວງພະບາງ ເປັນກິດຈະກຳດຽວ ເຊັ່ນ: ງານເທສະການອາຫານ ແລະ ງານຫລວງພະບາງງາມແທ້ໂອ້ ເຂົ້າກັນ ຕື່ມອີກ. ນອກຈາກນັ້ນ ແຂວງຫລວງພະບາງ ຍັງໄດ້ສະເໜີ ຈັດສັນ ແລະ ສະໜອງງົບປະມານ ໃນການກະກຽມປີທ່ອງທ່ຽວລາວ 2024, ປັບປຸງໂຄງລ່າງພື້ນຖານ ເປັນຕົ້ນແມ່ນ ເສັ້ນທາງເຂົ້າເຖິງແຫລ່ງທ່ອງທ່ຽວ, ບັນດາສິ່ງຮອງຮັບ ແລະ ສິ່ງອໍານວຍຄວາມສະດວກ ພາຍໃນແຫລ່ງທ່ອງທ່ຽວ, ຄົ້ນຄວ້ານະໂຍບາຍ ວີຊ່າ( VISA )ທ່ອງທ່ຽວ ໃຫ້ແກ່ນັກທ່ອງທ່ຽວ ເພື່ອເປັນການດຶງດູດນັກທ່ອງທ່ຽວເຂົ້າມາຫລາຍຂຶ້ນ, ປັບປຸງຂອດບໍລິການ ດ້ານການທ່ອງທ່ຽວ ໃຫ້ໄດ້ມາດຕະຖານ ຂອງ ສປປ ລາວ ແລະ ອາຊຽນ ແລະ ຊຸກຍູ້ການໂຄສະນາສົ່ງເສີມ ປີທ່ອງທ່ຽວລາວ 2024 ໃຫ້ກວ້າງ ແລະ ອອກສູ່ສາກົນ ໂດຍປະສານສົມທົບ ກັນລະຫວ່າງ ຂັ້ນສູນກາງ, ຂັ້ນທ້ອງຖິ່ນ ແລະ ທຸກສ່ວນໃນສັງຄົມ.