4 ປະເທດ ຈີນ-ລາວ-ມຽນມາ-ໄທ ສືບຕໍ່ຮ່ວມມືແກ້ໄຂບັນຫາສະພາບຂ້າມແດນຜິດກົດໝາຍ ແລະ ຄ້າຂາຍເຖື່ອນ
ໃນວັນທີ 23 ຕຸລາ 2023, ທີ່ສູນປະສານງານ 4 ປະເທດ (ຈີນ-ລາວ-ມຽນມາ-ໄທ) ປະຈຳຢູ່ ນະຄອນຊຽງຮຸ່ງ ແຂວງຢຸນນານ ສປ ຈີນ ໄດ້ຈັດກອງປະຊຸມພົບປະແລກປ່ຽນສະພາບການຮ່ວມມື ໃນການລາດຕະເວນທາງນໍ້າຕາມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ກອງປະຊຸມໄດ້ທົບທວນຄືນສະພາບການຮ່ວມມື ການປົກປັກຮັກສາຊາຍແດນ ໄລຍະຜ່ານມາເປັນຕົ້ນແມ່ນການຮ່ວມມືກັນໃນການປະຕິບັດສັນຍາວ່າ ດ້ວຍການລາດຕະເວນຮ່ວມທາງນໍ້າ, ການແກ້ໄຂບັນຫາສະພາບຂ້າມແດນຜິດກົດໝາຍ,…








