ລົງເຄື່ອນໄຫວກວດກາ,ຕິດຕາມ ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຢູ່ເມືອງໂພນທອງ

ວັນທີ 20 ຕຸລາ 2023, ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ພ້ອມດ້ວຍການນໍາບັນດາຂະແໜງພາຍໃນພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ – ຊີ້ນໍາ ການຈັດຕັ້ງປະຕິບັດວຽກງານອຸດສາຫະກໍາ ແລະ ການຄ້າຢູ່ເມືອງໂພນທອງ.
ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ພ້ອມຄະນະ ກໍມີຄໍາເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໂດຍຕີລາຄາສູງຕໍ່ຜົນງານການນຳພາ - ຊີ້ນໍາການຈັດຕັ້ງປະຕິບັດວຽກງານຂອງຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງໂພນທອງ ໃນໄລຍະຜ່ານມາ. ຈາກນັ້ນ, ທ່ານ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ - ຄະນະນໍາຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ເອົາໃຈໃສ່ຫຼາຍບັນຫາ ຕົ້ນຕໍແມ່ນເອົາໃຈໃສ່ໃນການປັບປຸງຫ້ອງການ, ປັບປຸງວຽກງານການຈັດຕັ້ງພັກ, ພະນັກງານ, ວຽກງານການກໍານົດແຜນສ້າງພະນັກງານນໍາພາ – ຄຸ້ມຄອງ ໃນການສືບທອດປ່ຽນແທນໃນແຕ່ລະໄລຍະ, ພາຍຫຼັງການປະກາດພະນັກງານ – ລັດຖະກອນ ອອກພັກການ - ຮັບອຸດໜູນບໍານານ, ການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ, ບັນດາວຽກງານຈຸດສຸມຕາມທິດທາງແຜນການທີ່ໄດ້ກໍານົດໄວ້, ສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດານິຕິກໍາຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ໂດຍສະເພາະ ແມ່ນການເກັບກໍາຂໍ້ມູນຜະລິດຕະພັນ, ສິນຄ້າ ທີ່ເມືອງສາມາດຜະລິດໄດ້, ວຽກງານສົ່ງເສີມຕະຫຼາດ, ການຄ້າຊາຍແດນ, ການນໍາເຂົ້າ ແລະ ສົ່ງອອກສິນຄ້າ, ວຽກງານອຸດສາຫະກໍາ ແລະ ຫັດຖະກໍາ, ວຽກງານການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ການພັດທະນາຕາໜ່າງການຄ້າ, ວຽກງານກວດກາການຄ້າ, ວຽກງານທະບຽນ ແລະ ຄຸ້ມຄອງວິສາຫະກິດ, ວຽກງານຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ, ການນໍາພາສົ່ງເສີມການຜະລິດເປັນສິນຄ້າ ເພື່ອໃຫ້ໄດ້ຮັບການຢັ້ງຢືນເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ໃຫ້ຂະຫຍາຍຕົວ ແລະ ຍືນຍົງ, ສົ່ງເສີມການສ້າງຕັ້ງກຸ່ມ, ສະຫະກອນ, ສະມາຄົມການຜະລິດ ເພື່ອສ້າງເງື່ອນໄຂໃນການເຂົ້າຫາແຫຼ່ງທຶນຕາມນະໂຍບາຍຂອງລັດຖະບານ.
.

