4 ປະເທດ ຈີນ-ລາວ-ມຽນມາ-ໄທ ສືບຕໍ່ຮ່ວມມືແກ້ໄຂບັນຫາສະພາບຂ້າມແດນຜິດກົດໝາຍ ແລະ ຄ້າຂາຍເຖື່ອນ

ໃນວັນທີ 23 ຕຸລາ 2023, ທີ່ສູນປະສານງານ 4 ປະເທດ (ຈີນ-ລາວ-ມຽນມາ-ໄທ) ປະຈຳຢູ່ ນະຄອນຊຽງຮຸ່ງ ແຂວງຢຸນນານ ສປ ຈີນ ໄດ້ຈັດກອງປະຊຸມພົບປະແລກປ່ຽນສະພາບການຮ່ວມມື ໃນການລາດຕະເວນທາງນໍ້າຕາມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ,
ກອງປະຊຸມໄດ້ທົບທວນຄືນສະພາບການຮ່ວມມື ການປົກປັກຮັກສາຊາຍແດນ ໄລຍະຜ່ານມາເປັນຕົ້ນແມ່ນການຮ່ວມມືກັນໃນການປະຕິບັດສັນຍາວ່າ ດ້ວຍການລາດຕະເວນຮ່ວມທາງນໍ້າ, ການແກ້ໄຂບັນຫາສະພາບຂ້າມແດນຜິດກົດໝາຍ, ຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດຕາມຊາຍແດນ. ພ້ອມທັງໄດ້ທົບທວນຄືນ ແລະ ຍົກໃຫ້ເຫັນວຽກງານການປະສານສົມທົບລະຫວ່າງ 4 ປະເທດ (ຈີນ-ລາວ-ມຽນມາ-ໄທ) ທີ່ໄດ້ມີການພົວພັນປະສານສົມທົບກັນຢ່າງແໜ້ນແຟ້ນໃນການ ປະຕິບັດກົດໝາຍລາດຕະເວນຮ່ວມກັນເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມລຳແມ່ນໍ້າຂອງ ຂອງ 4 ປະເທດ; ການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ, ບົນພື້ນຖານຈິດໃຈສາມັກຄີ, ມິດຕະພາບ ແລະ ການຮ່ວມມື.
ກອງປະຊຸມເປັນເອກະພາບກ່ຽວກັບທິດທາງແຜນການທີ່ແຕ່ລະຝ່າຍຈະໄດ້ສືບຕໍ່ຮ່ວມມືກັນໃນຕ່ໍໜ້າເປັນຕົ້ນ: ການກຽມຄວາມພ້ອມໃນການລາດຕະເວນຮ່ວມກັນຄັ້ງທີ 135 ທີ່ຈະມາເຖິງນີ້ ແລະ ການຍົກລະດັບການພົວພັນຮ່ວມມືປະສານສົມທົບລະຫວ່າງກຳລັງປ້ອງກັນຊາຍແດນຂອງ 4 ປະເທດ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ ພ້ອມກັນສ້າງຊາຍແດນ ໃຫ້ເປັນຊາຍແດນສັນຕິພາບ, ມິດຕະພາບ ແລະ ຮ່ວມມືພັດທະນາຮອບດ້ານ.
ພ້ອມກັນນັ້ນ 4 ປະເທດຈະໄດ້ແລກປ່ຽນສະພາບເຊິ່ງກັນ ແລະ ກັນໃຫ້ເປັນປົກກະຕິ ພ້ອມນີ້ຄະນະຜູ້ແທນທັງ 4 ປະເທດ ໄດ້ກວດກາລາດຕະເວນຮ່ວມ ຄັ້ງທີ 134 ໂດຍໄດ້ເລີມເດີນທາງຈາກ ທ່າເຮືອກາລະບາ ສປ ຈີນ ເຖິງ ເຂດເສດຖະກິດພິເສດສາມຫລຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ດ້ວຍໄລຍະທາງທັງໝົດ 711 ກິໂລແມັດ.

