ແຂວງຄໍາມ່ວນ ພົບເຫັນລະເບີດບໍ່ທັນແຕກ ແລະ ນຳໄປທໍາລາຍ 400 ກວ່າໜ່ວຍ

ກອງປະຊຸມສະຫລຸບທ້າຍໂຄງການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ແຂວງຄໍາມ່ວນ (ໄລຍະ V) ທີ່ຈັດຕັ້ງປະຕິບັດໂດຍອົງການເກັບກູ້ລະເບີດແມັກ ດຳເນີນໄປ ໃນວັນທີ 18 ຕຸລາ 2023,
ທ່ານ ສີວອນ ວັນວິໄລ ຫົວໜ້າອົງການເກັບກູ້ລະເບີດແມັກປະຈໍາແຂວງ ໄດ້ລາຍງານວ່າ: ໂຄງການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ແຂວງຄໍາມ່ວນ ໄດ້ຮັບທຶນສະໜັບສະໜູນຈາກກະຊວງການຕ່າງປະເທດ ແລະ ການພັດທະນາແຫ່ງສະຫະຣາຊະອານາຈັກອັງກິດ ດ້ວຍງົບປະມານຫຼາຍກ່ວາ 436.000 ໂດລາສະຫະລັດ, ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ ເດືອນເມສາ-ກັນຍາ 2023, ໂດຍໄດ້ດໍາເນີນການກວດກູ້ລະເບີດຢູ່ 6 ບ້ານເປົ້າໝາຍຂອງເມືອງຍົມມະລາດ ແລະ ເມືອງບົວລະພາ,
ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດກວດກູ້ລະເບີດອອກຈາກເນື້ອທີ່ດິນໄດ້ 467.800 ກວ່າຕາແມັດ, ພົບເຫັນລະເບີດ ແລະ ນຳໄປທໍາລາຍຈຳນວນ 418 ໜ່ວຍ ໃນນີ້ ໂບມໃຫຍ່ 2 ໜ່ວຍ ໂບມບີ່ 382 ໜ່ວຍ ແລະ ລະເບີດຊະນິດອື່ນໆ 34 ໜ່ວຍ.