ທ່ານ ທຣໍາ ເດີນໜ້າຂຶ້ນພາສີການາດາ, ແມັກຊິກ, ຈີນ ກົດດັນແກ້ໄຂບັນຫາຜູ້ອົບພະຍົບ-ຢາເຟນທານິລ
ປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ປະກາດເດີນໜ້າມາດຕະການເກັບພາສີສິນຄ້ານໍາເຂົ້າຈາກແມັກຊິກ ແລະ ການາດາໃນອັດຕາ 25% ແລະ ສິນຄ້ານໍາເຂົ້າຈາກຈີນໃນອັດຕາ 10% ໂດຍເລີ່ມຕົ້ນວັນທີ 1 ກຸມພາ ຕາມເວລາທ້ອງຖິ່ນ. ພ້ອມຢືນຢັນວ່າ: ທັງສາມປະເທດບໍ່ສາມາດເຮັດຫຍັງໄດ້ເພື່ອຢຸດຢັ້ງການຈັດເກັບພາສີໃນອັດຕາດັ່ງກ່າວ. ທ່າທີຂອງທ່ານ…










