ທ່ານ ມາຄຣົງ ຢ້ຽມຢາມຫວຽດນາມຢ່າງເປັນທາງການ ຫວັງຍົກລະດັບການຮ່ວມມືທຸກມິຕິໃນຖານະພັນທະມິດຮອບດ້ານ

ທ່ານ ເອັາມານູເອລ ມາຄຣົງ ປະທານາທິບໍດີຝຣັ່ງ ພ້ອມພັນລະຍາ ເດີນທາງເຖິງນະຄອນຫລວງຮ່າໂນ້ຍໃນຄໍ່າວັນທີ 25 ພຶດສະພາ ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການຄັ້ງທໍາອິດ ເຊິ່ງເປັນການຢ້ຽມຢາມຂອງຜູ້ນໍາຝຣັ່ງຄັ້ງທໍາອິດໃນຮອບເກືອບ 10 ປີ ຖືເປັນນິມິດໝາຍສໍາຄັນໃນການຮັດແໜ້ນການພົວພັນທະວີພາຄີທີ່ຫາກໍຍົກລະດັບສູ່ການເປັນ “ຫຸ້ນສ່ວນຍຸດທະສາດຮອບດ້ານ” ໃນເດືອນຕຸລາ 2024 ລະຫວ່າງການຢ້ຽມຢາມຝຣັ່ງຂອງເລຂາທິການພັກກອມມູນິດໂຕ ເລິມ.
ເປົ້າໝາຍຕົ້ນຕໍຂອງການຢ້ຽມຢາມຄັ້ງນີ້ ໄດ້ແກ່ ການຂັບເຄື່ອນຫຸ້ນສ່ວນຍຸດທະສາດຮອບດ້ານສູ່ຮູບປະທໍາ: ການພົວພັນ ຫວຽດນາມ-ຝຣັ່ງ ໄດ້ຍົກລະດັບຂຶ້ນໃນຫລາຍມິຕິ, ທ່ານ ມາຄຣົງ ຕ້ອງການສືບຕໍ່ດ້ວຍຂໍ້ຕົກລົງທີ່ເປັນຮູບປະທໍາໃນພາກສ່ວນສໍາຄັນ ທັງເສດຖະກິດ, ພະລັງງານ, ຄວາມໝັ້ນຄົງ ແລະ ເຕັກໂນໂລຊີ.
ລົງນາມຂໍ້ຕົກລົງຫລາຍດ້ານຄວບຄຸມທຸກມິຕິ
- ຂະຫຍາຍມູນຄ່າການຄ້າ ແລະ ການລົງທຶນ: ຝຣັ່ງຖືເປັນຄູ່ຄ້າລາຍໃຫຍ່ອັນດັບ 5 ຂອງຫວຽດນາມໃນກຸ່ມປະເທດເອີຣົບ ໂດຍທ່ານ ມາຄຣົງ ນໍາພາຄະນະນັກທຸລະກິດຮ່ວມເດີນທາງມາເຈລະຈາ ແລະ ລົງນາມຂໍ້ຕົກລົງຈໍານວນຫລາຍໃນອຸດສາຫະກໍາຍຸດທະສາດເຊັ່ນ:
- ການບິນ: ສາຍການບິນ VietJel ເຊັນສັນຍາຈັດຊື້ເຮືອບິນ Airbus A330neo ເພີ່ມອີກ 20 ລໍາ ເປັນການຂະຫຍາຍຂໍ້ຕົກລົງເກົ່າ. ຂະນະດຽວກັນຍັງຢູ່ລະຫວ່າງການເຈລະຈາເພື່ອນໍາເອົາດາວທຽມສໍາຫລວດໂລກຈາກ Airbus ມາທົດແທນຂອງເກົ່າຂອງຫວຽດນາມ.
- ຄວາມໝັ້ນຄົງ ແລະ ການປ້ອງກັນປະທດ: ທັງສອງຝ່າຍເຫັນພ້ອມໃນການຮ່ວມມືດ້ານຂໍ້ມູນຂ່າວສານ, ຄວາມໝັ້ນຄົງທາງໄຊເບີ, ອຸດສາຫະກໍາປ້ອງກັນປະເທດ ແລະ ການຕໍ່ຕ້ານການກໍ່ການຮ້າຍ. ພ້ອມເນັ້ນເຖິງເຈດຕະນາຮ່ວມໃນການຮັກສາເສລີພາບໃນການແລ່ນເຮືອໃນທະເລຈີນໃຕ້.
- ພະລັງງານ: ສະໜັບສະໜູນພະລັງງານນິວເຄຼຍເພື່ອສັນຕິ, ພະລັງງາານໝູນວຽນ ແລະ ພະລັງງານສະອາດ ໂດຍມີຂໍ້ຕົກລົງການພັດທະນາໂຄງຂ່າຍສົ່ງໄຟຟ້າລະຫວ່າງອົງການເພື່ອການພັດທະນາຝຣັ່ງ (AFD) ແລະ ບໍລິສັດໄຟຟ້າແຫ່ງຊາດຫວຽດນາມ.
- ພາກສ່ວນອື່ນໆ: ຄາດວ່າຈະມີຂໍ້ຕົກລົງເພີ່ມອີກໃນດ້ານການວິໄຈ, ລະບົບລາງ, ການຂົນສົ່ງ, ການຖ່າຍທອດເຕັກໂນໂລຊີ (ເຊັ່ນ: Sanofi ສົ່ງຕໍ່ເຕັກໂນໂລຊີຜະລິດວັກຊີນ), ນະວັດຕະກໍາ, ອະວະກາດ ແລະ ການພັດທະນາບຸກຄະລາກອນລະດັບສູງ.
- “ທາງເລືອກທີສາມ” ຂອງຝຣັ່ງໃນພາກພື້ນອິນໂດ-ປາຊີຟິກ: ການຢ້ຽມຢາມຫວຽດນາມເປັນສ່ວນໜຶ່ງຂອງການຢ້ຽມຢາມອາຊີຕາເວັນອອກສຽງໃຕ້ຂອງທ່ານ ມາຄຣົງ ເຊິ່ງຈະເດີນທາງຕໍ່ໄປອິນໂດເນເຊຍ ແລະ ສິງກະໂປ ໂດຍຝຣັ່ງຕ້ອງການວາງບົດບາດຕົນເອງ ແລະ ສະຫະພາບເອີຣົບເປັນພັນທະມິດທີ່ “ບໍ່ມີເງື່ອນໄຂແອບແຝງ” ແລະ ຢຶດຖືກົດກະຕິກາສາກົນ ທ່າມກາງການແຂ່ງຂັນຂອງອາເມລິກາກັບຈີນ.
- ທ່າທີຕໍ່ບັນຫາພາສີການຄ້າ ແລະ ແຮງກົດດັນຈາກອາເມລິກາ: ທ່າມກາງການຂູ່ຂຶ້ນພາສີສິນຄ້າຈາກເອີຣົບ 50% ຂອງປະທານາທິບໍດີ ໂດນັລ ທຣໍາ ແລະ ແຮງກົດດັນໃຫ້ຫວຽດນາມນໍາເຂົ້າສິນຄ້າອາເມລິກາເພີ່ມຂຶ້ນ, ຝ່າຍເອີຣົບໄດ້ເຕືອນໃຫ້ຫວຽດນາມພິຈາລະນາຢ່າງຮອບຄອບ ເພື່ອບໍ່ໃຫ້ກະທົບການພົວພັນກັບ EU.
- ບັນຫາສິດທິມະນຸດ: ເຖິງວ່າໂດຍທົ່ວໄປທ່ານ ມາຄຣົງ ມັກຍົກເອົາບັນຫາລະອຽດອ່ອນ, ແຕ່ Human Rights Watch ໄດ້ຮຽກຮ້ອງໃຫ້ທ່ານຍົກບັນຫາການຕິດຄຸກນັກເຄື່ອນໄຫວ ແລະ ນັກໂທດການເມືອງໃນຫວຽດນາມ ເຊິ່ງເປັນຂໍ້ກັງວົນທີ່ທະວີຄວາມຮຸນແຮງຂຶ້ນ.
ຂະນະທີ່ວັນທີ 26 ພຶດສະພາ ມີພິທີຕ້ອນຮັບປະທານາທິບໍດີ ຝຣັ່ງ ໂດຍປະທານປະເທດ ເລືອງ ເກື່ອງ ແລະ ພັນລະຍາ ຢູ່ທໍານຽບປະທານປະເທດ, ພ້ອມການຫາລືືລະດັບສູງ ແລະ ໄດ້ເຂົ້າພົບທ່ານ ໂຕ ເລິມ ເລຂາທິການພັກກອມມູນິດ.
ສ່ວນວັນທີ 27 ພຶດສະພາ, ມີກໍານົດເຂົ້າຢ້ຽມຊົມມະຫາວິທະຍາໄລໃນຮ່າໂນ້ຍ ກ່ອນປະທານາທິບໍດີ ມາຄຣົງ ຈະເດີນທາງຕໍ່ໄປນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ ແລະ ປິດທ້າຍແມ່ນສິງກະໂປ ເພື່ອກ່າວປາຖະກະຖາເປີດກອງປະຊຸມ Shangri-La Dialogue 2025.
ອ້າງອີງ:

