ອາກາດຮ້ອນແຮງເປັນຫ່ວງເລື່ອງໂພຊະນາການ
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ, ໃນສະພາບອາກາດຮ້ອນແຮງດັ່ງປັດຈຸບັນ ອາດມີຄວາມສ່ຽງກໍ່ໃຫ້ເກີດພະຍາດຕ່າງໆທີ່ມາຈາກໂພຊະນາການໄດ້ງ່າຍ ໂດຍສະເພາະແມ່ນພະຍາດຖອກທ້ອງ, ອະຫິວາ ຫລື ອາຫານເປັນພິດ ອັນເນື່ອງມາຈາກການເກັບມ້ຽນບໍ່ດີພາໃຫ້ອາຫານບູດເໜົ່າ ຫລື ການບໍລິໂພກອາຫານທີ່ຂາດຫລັກອະນາໄມ, ກິນອາຫານບໍ່ສຸກ ຫລື ອາຫານທີ່ມີການປົນເປື້ອນສານເຄມີຕົກຄ້າງຕ່າງໆ ດັ່ງສານກັນບູດ, ຟໍມາລິນ ແລະ ອື່ນໆທີ່ມາຈາກເງື່ອມມືຂອງຜູ້ຜະລິດ ແລະ ຜູ້ຈຳໜ່າຍທີ່ຂາດການກວດກາຄຸ້ມຄອງຢ່າງໃກ້ຊິດຂອງຂະແໜງການກ່ຽວຂ້ອງ ກໍຄືກົມອາຫານ ແລະ ຢາ (ອຢ) ເຊິ່ງເປັນຫົວໜ່ວຍຫລັກໃນການກວດກາ ແລະ ຄວບຄຸມອາຫານເຫລົ່ານັ້ນ.
ຕາມນັກຂ່າວພວກເຮົາລົງໄປກວດເບິ່ງສະພາບຄວາມເປັນຈິງຂອງການຊື້-ຂາຍອາຫານໃນຕະຫລາດສົດຫລາຍແຫ່ງຢູ່ນະຄອນຫລວງວຽງຈັນ ແລະ ເຫັນວ່າຍັງມີການວາງຂາຍອາຫານທີ່ບໍ່ປອດໄພມີຈຳນວນຫລວງຫລາຍ ໂດຍສ່ວນໃຫຍ່ແມ່ນປະເພດເຄື່ອງໃນສັດ, ໂຄງກະດູກໄກ່ ແລະ ອາຫານທະເລທີ່ລັກລອບນຳເຂົ້າຈາກຕ່າງປະເທດ ໂດຍບໍ່ໄດ້ຮັບການກວດການັ້ນຍັງມີຈຳໜ່າຍຢ່າງເປີດແປນຢູ່ຕະຫລາດສົດຫລາຍແຫ່ງດັ່ງກ່າວ ຄືຕະຫລາດໂອຊີແຄມທາງເຂດໜອງແຕ່ງ, ຕະຫລາດສີໄຄ ແລະ ອື່ນໆ. ຊາວຄ້າຂາຍຫລາຍຄົນໃນຕະຫລາດເຫລົ່ານັ້ນເວົ້າວ່າ: ຜ່ານມາບໍ່ເຄີຍເຫັນມີໜ່ວຍງານກ່ຽວຂ້ອງໃດໆລົງມາກວດກາເຖິງຄວາມປອດໄພຂອງອາຫານດັ່ງກ່າວແຕ່ຢ່າງໃດ, ຖ້າມີກໍເປັນພຽງໜ່ວຍງານຈັດສັນຕະຫລາດກໍດຳເນີນໄປເປັນພຽງຮູບການເທົ່ານັ້ນ.
ເອົາລະ ! ເວົ້າມາກໍຫລາຍແລ້ວ, ໃນສະພາບອາກາດຮ້ອນແຮງແບບນີ້ ທ່ຽງທຳ ກໍຂໍສະເໜີໃຫ້ຂະແໜງການ ແລະ ໜ່ວຍງານກ່ຽວຂ້ອງເອົາໃຈໃສ່ລົງກວດກາ ແລະ ຄວບຄຸມໂພຊະນາການໃຫ້ມີຄວາມປອດໄພແມ່ນຈະເປັນການດີທີ່ສຸດ ເພື່ອສຸຂະພາບຂອງປະຊາຊົນເຮົາ.

