ຍີ່ປຸ່ນໃຫ້ຄໍາໝັ້ນສະໜັບສະໜູນ UNRWA ແກ້ໄຂວິກິດມະນຸດສະທໍາຢູ່ເຂດກາຊາ

ທ່ານ ຊິເງຣຸ ອິຊິບະ ນາຍົກລັດຖະມົນຕີຍີ່ປຸ່ນ ກ່າວໃນວັນທີ 27 ພຶດສະພາວ່າ: ຍີ່ປຸ່ນຈະສະໜັບສະໜູນສໍານັກງານບັນເທົາທຸກ ແລະ ຈັດຫາງານຂອງສະຫະປະຊາຊາດສໍາລັບຜູ້ລີ້ໄພປາແລັສຕິນຢູ່ຕາເວັນອອກໃກ້ (UNRWA) ໃນຄວາມພະຍາຍາມທີ່ຈະປັບປຸງສະຖານະການດ້ານມະນຸດສະທໍາທີ່ຮ້າຍແຮງທີ່ປະຊາຊົນຢູ່ເຂດກາຊາກໍາລັງຜະເຊີນ.
ລັດຖະບານຍີ່ປຸ່ນລະບຸວ່າ: ໃນລະຫວ່າງກອງປະຊຸມຢູ່ສໍານັກງານນາຍົກລັດຖະມົນຕີນັ້ນ, ທ່ານ ອິຊິບະ ແລະ ທ່ານ ຟິລິບ ລາຊາຣິນີ ກໍາມາທິການໃຫຍ່ຂອງ UNRWA ຕົກລົງຈະປະສານງານຢ່າງໃກ້ຊິດໃນການຂະຫຍາຍການຊ່ວຍເຫລືອໃຫ້ຜູ້ລີ້ໄພທີ່ຜະເຊີນວິກິດຮ້າຍແຮງ.
ທ່ານ ລາຊາຣິນີ ກ່າວວ່າ: ມີປະຊາຊົນ 500,000 ກວ່າຄົນ ທີ່ກໍາລັງຜະເຊີນຄວາມອຶດຫິວຢູ່ເຂດກາຊາ. ຂະນະທີ່ຄວາມຂັດແຍ່ງລະຫວ່າງອິດສະລາແອນ ແລະ ກຸ່ມກໍ່ການຮ້າຍຮາມັດຍັງດໍາເນີນຕໍ່ໄປ ເຊິ່ງເນັ້ນໃຫ້ເຫັນເຖິງຄວາມຮ້າຍແຮງຂອງວິກິດດັ່ງກ່າວ.
ອິດສະລາແອນອະນຸຍາດໃຫ້ສົ່ງມອບການຊ່ວຍເຫລືອໄປເຂດກາຊາໃນຕົ້ນເດືອນນີ້ ຫລັງຈາກຢຸດການສົ່ງມອບການຊ່ວຍເຫລືອມາກວ່າສອງເດືອນເພື່ອກົດດັນກຸ່ມຮາມັດ.

