ທະນາຄານກາງອິນເດຍຫລຸດດອກເບ້ຍຄັ້ງທໍາອິດໃນຮອບເກືອບ 5 ປີ ຮັບມືເສດຖະກິດຂະຫຍາຍຕົວຊ້າ
ທະນາຄານກາງອິນເດຍຫລຸດອັດຕາດອກເບ້ຍນະໂຍບາຍເປັນຄັ້ງທໍາອິດນັບແຕ່ກາງປີ 2020 ທ່າມກາງສະຖານະການເສດຖະກິດຂະຫຍາຍຕົວຊ້າ. ທະນາຄານກາງອິນເດຍ (RBI) ອອກຖະແຫລງການກ່ຽວກັບການຫລຸດອັດຕາດອກເບ້ຍນະໂຍບາຍລົງ 0.25 ຈຸດ ເຫລືອຢູ່ 6.25% ໂດຍເປັນໄປຕາມຄວາມຄາດໝາຍຂອງບັນດານັກວິເຄາະ ແລະ ເປັນການຫລຸດອັດຕາດອກເບ້ຍນະໂຍບາຍຄັ້ງທໍາອິດຂອງອິນເດຍ ນັບແຕ່ເດືອນພຶດສະພາ 2020. ເຖິງຢ່າງໃດກໍຕາມ, ການຫລຸດອັດຕາດອກເບ້ຍເກີດຂຶ້ນໃນໄລຍະອັດຕາການເຕີບໃຫຍ່ຂອງລວມຍອດຜະລິດຕະພັນພາຍໃນ…










