ສ.ອາເມລິກາ ພົບຜູ້ຕິດເຊື້ອໂຄວິດສາຍພັນໃໝ່ NB.1.8.1 ໃນກຸ່ມນັກເດີນທາງຕ່າງປະເທດ

ສໍານັກຂ່າວ CBSNews ລາຍງານວັນທີ 25 ພຶດສະພາ 2025ວ່າ: ລະບົບກວດ ຂອງສູນຄວບຄຸມ ແລະ ປ້ອງກັນພະຍາດ (CDC) ຂອງ ສ.ອາເມລິກາ ກວດພົບຜູ້ຕິດເຊື້ອໂຄວິດສາຍພັນໃໝ່ NB.1.8.1 ຫລາຍຄົນໃນກຸ່ມຜູ້ເດີນທາງເຂົ້າສູ່ປະເທດ ຊຶ່ງເຊື້ອໄວຣັສສາຍພັນນີ້ ກໍາລັງ ແຜ່ລະບາດ ໜັກໃນຈີນ ແລະ ຖືກກວດພົບແລ້ວຢູ່ຫລາຍປະເທດ.
ຕາມການລາຍງານລະບຸວ່າ: ຜູ້ຕິດເຊື້ອ ທີ່ເດີນທາງເຂົ້າປະເທດ ສ.ອາເມລິກາ ຖືກກວດພົບທີ່ສະໜາມບິນໃນ ລັດ ຄາລິຟໍເນຍ, ວໍຊິງຕັນ, ເວີຈີເນຍ ແລະ ນະຄອນນິວຢອກ, ລວມມີຜູ້ເດີນທາງມາຈາກຫລາຍປະເທດ ລວມທັງຍີ່ປຸ່ນ, ສ.ເກົາຫລີ, ຝຣັ່ງ, ໄທ, ເນເທີແລນ, ແອັສະປາຍ, ຫວຽດນາມ, ຈີນ ແລະ ໃຕ້ຫວັນ ທີ່ໄດ້ຮັບການກວດ ລະຫວ່າງວັນທີ 22 ເມສາ ຫາວັນທີ 12 ພຶດສະພາ 2025.
ແນວໃດກໍຕາມ ຍັງບໍ່ມີການຢືນຢັນສາຍພັນໂຄວິດໃໝ່ຈາກອົງການອະນາໄມໂລກ (WHO) ແຕ່ໄດ້ເພີ່ມສາຍພັນ COVID-19 ໃໝ່ທີ່ເອີ້ນວ່າ NB.1.8.1 ລົງໃນລາຍຊື່ສາຍພັນທີ່ຕ້ອງເຝົ້າລະວັງ ເຊິ່ງກໍາລັງແຜ່ລະບາດຢ່າງກວ້າງຂວາງ.

