ຫວຽດນາມ-ຝຣັ່ງ ຈັບມືພັດທະນາດາວທຽມສໍາຫລວດໂລກໜ່ວຍໃໝ່

        ໜັງສືພິມອອນລາຍທົງ ຕິນ ຈິນ ຝູ (Thông tin Chính phủ) ຂອງຫວຽດນາມ ລາຍງານໃນວັນທີ 26 ພຶດສະພາວ່າ: ຫວຽດນາມກັບຝຣັ່ງໄດ້ລົງນາມໃນໜັງສືສະແດງເຈດຈໍານົງເພື່ອຮ່ວມກັນພັດທະນາດາວທຽມສໍາຫລວດໂລກໜ່ວຍໃໝ່.

        ລາຍງານລະບຸວ່າ: ການລົງນາມຄັ້ງນີ້ເກີດຂຶ້ນລະຫວ່າງການຢ້ຽມຢາມນະຄອນຫລວງຮ່າໂນ້ຍຂອງປະທານາທິບໍດີ ເອັມມານູເອລ ມາຄຣົງ ແຫ່ງຝຣັ່ງ ໂດຍເປັນການລົງນາມຮ່ວມກັນລະຫວ່າງສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຫວຽດນາມ (VAST), ສູນສຶກສາອະວະກາດແຫ່ງຊາດຝຣັ່ງ (CNES) ແລະ ບໍລິສັດແອບັສ ດີເຟນ ແອນ ສະເປກ (Airbus Defence & Space).

        ສື່ຂອງລັດຖະບານຫວຽດນາມຍັງລະບຸອີກວ່າ: ໂຄງການນີ້ມີເປົ້າໝາຍເພື່ອຍົກລະດັບເຕັກໂນໂລຊີດາວທຽມ, ພັດທະນາບຸກຄະລາກອນ ແລະ ສະໜັບສະໜູນການພັດທະນາທີ່ຍືນຍົງຂອງປະເທດ ໂດຍອາໄສເຕັກໂນໂລຊີສໍາຫລວດໄລຍະໄກ.