ສີລັງກາເລັ່ງສ້າງລາຍໄດ້ຈາກພາສີ ອະນຸຍາດນໍາເຂົ້າລົດເປັນຄັ້ງທໍາອິດໃນຮອບ 5 ປີ

ສີລັງກາປະກາດຍົກເລີກມາດຕະການຫ້າມນໍາເຂົ້າຍານພາຫະນະທີ່ນໍາໃຊ້ມາ 5 ປີ ຫວັງຊ່ວຍສ້າງລາຍໄດ້ເຂົ້າປະເທດ ເພື່ອບັນເທົາຄວາມຮຸນແຮງຂອງວິກິດເສດຖະກິດ.
ທ່ານ ນາລິນດາ ຈາຢາຕິສາ ລັດຖະມົນຕີກະຊວງຂໍ້ມູນຂ່າວສານຂອງສີລັງກາ ເປີດເຜີຍວ່າ: ລົດເມ, ລົດບັນທຸກ ແລະ ລົດເບົາ ຈະໄດ້ຮັບການອະນຸຍາດໃຫ້ນໍາເຂົ້າມາໃນປະເທດໄດ້ ນັບແຕ່ວັນທີ 1 ກຸມພາ ພາຍຫລັງຍົກເລີກຂໍ້ຈໍາກັດຕ່າງໆທີ່ບັງຄັບໃຊ້ມາແຕ່ປີ 2020.
ທ່ານ ຈາຢາຕິສາ ກ່າວວ່າ: ລັດຖະບານສີລັງກາກໍາລັງດໍາເນີນການນໍາເຂົ້າຢ່າງລະມັດລະວັງ ເພື່ອປ້້ອງກັນບໍ່ໃຫ້ເງິນທຶນສໍາຮອງສາກົນຖືກໃຊ້ຈົນໝົດ.
ທັງນີ້, ອາດມີການອະນຸຍາດນໍາເຂົ້າຍານພາຫະນະປະເພດອື່ນເພີ່ມອີກເຊັ່ນ: ລົດເບົາ, ລົດຈັກ ແລະ ລົດສາມລໍ້ ເຊິ່ງການປະກາດຈະຂຶ້ນຢູ່ກັບຄວາມຕ້ອງການຂອງຕະຫລາດເປັນສໍາຄັນ.
ການນໍາເຂົ້າດັ່ງກ່າວມີຄວາມສໍາຄັນຕໍ່ການສ້າງລາຍໄດ້ຈາກພາສີ ໂດຍລັດຖະບານສີລັງກາກໍານົດເປົ້າໝາຍ, ຈໍາກັດການນໍາເຂົ້າໄວ້ປະມານ 1,200 ລ້ານໂດລາສະຫະລັດ ໃນປີນີ້. ຂະນະທີ່ອັດຕາພາສີລົດໃນປັດຈຸບັນສູງກວ່າ 300%.
ໃນປີ 2019 ສີລັງກາໃຊ້ງົບປະມານສູງເຖິງ 1,400 ລ້ານໂດລາສະຫະລັດ ໃນການນໍາເຂົ້າຍານພາຫະນະ ເຊິ່ງເປັນປີສຸດທ້າຍກ່ອນຄໍາສັ່ງຫ້າມນໍາເຂົ້າມີຜົນ ໃນເດືອນມີນາ 2020.
ສ່ວນຄວາມພະຍາຍາມຢຸດມາດຕະການຫ້າມນໍາເຂົ້າລົດເພື່ອການຄ້າ ຖືກສະເໜີຂຶ້ນຄັ້ງທໍາອິດໃນເດືອນສິງຫາ 2023, ແຕ່ລັດຖະບານໃນເວລານັ້ນຍັງບໍ່ສາມາດເປີດເລດເຕີອອບເຄຣດິດ (L/C) ເພື່ອເປັນຫລັກປະກັນໃຫ້ການຊື້ຂາຍສິນຄ້າໄດ້ ເນື່ອງຈາກສີລັງກາຍັງມີສະຖານະຜິດນັດຊໍາລະໜີ້ຕ່າງປະເທດ.

