ລະບອບ ອັສຊາດ ລົ້ມສະຫລາຍ ປະທານາທິບໍດີລີ້ໄພ ຫລັງກຸ່ມຕໍ່ຕ້ານບຸກຢຶດເມືອງຫລວງຊິຣີ

        ຝ່າຍຕໍ່ຕ້ານລັດຖະບານຊິຣີປະກາດປົດປ່ອຍນະຄອນຫລວງດາມັດກັດ ເມືອງຫລວງຂອງຊິຣີ ຫລັງບຸກຢຶດເມືອງຫລວງໄດ້ສໍາເລັດ ເຮັດໃຫ້ລະບອບການປົກຄອງຂອງທ່ານ ບາຊາ ອັລ-ອັສຊາດ ປະທານາທິບໍດີທີ່ປົກຄອງຊິຣີມາເຖິງ 24 ປີ ລົ້ມສະຫລາຍລົງ ໂດຍມີລາຍງານວ່າ: ທ່ານ ອັສຊາດ ຫລົບໜີອອກຈາກເມືອງຫລວງແລ້ວໂດຍເຮືອບິນ, ເບື້ອງຕົ້ນຍັງບໍ່ຮູ້ແນ່ນອນວ່າຈຸດໝາຍປາຍທາງຄືບ່ອນໃດ.

        ກຸ່ມຕໍ່ຕ້ານລັດຖະບານຊິຣີພາຍໃຕ້ການນໍາໂດຍກຸ່ມຕິດອາວຸດອິສລາມິສ ນິກາຍສຸນີ ທີ່ເອີ້ນຕົນເອງວ່າ: ຮາຍັດ ຕາຣີ ອໍ-ຊາມ (Hayat Tahrir al-Sham) ຫລື ກຸ່ມ HTS ຫາກໍບຸກຢຶດເມືອງອາເລັບໂປ ແລະ ເມືອງຮາມາໄດ້ສໍາເລັດເມື່ອມໍ່ໆນີ້ ປະກາດພາຍຫລັງຢຶດເມືອງຫລວງວ່າ “ນີ້ຄືຈຸດສິ້ນສຸດຂອງຍຸກມືດ ແລະ ເປັນຈຸດເລີ່ມຕົ້ນຂອງຍຸກສະໄໝໃໝ່ຂອງຊິຣີທີ່ທຸກຄົນຈະດໍາລົງຊີວິດຢ່າງສັນຕິ”.

         ຊາວຊິຣີບາງສ່ວນໃນເມືອງຫລວງເລີ່ມທະຍອຍອອກມາຮ່ວມສະເຫລີມສະຫລອງທີ່ລະບອບ ອຳຊາດ ລົ້ມສະຫລາຍລົງ ຫລັງຕະກູນ ອຳຊາດ ປົກຄອງປະເທດນີ້ມາ 54 ປີ.

          ທ່ານ ໂມຮໍາເໝັດ ກາຊີ ອໍ-ຈາລາລີ ນາຍົກລັດຖະມົນຕີຊິຣີ ລະບຸວ່າ: ທ່ານຈະຍັງຢູ່ໃນນະຄອນຫລວງດາມັດກັດ ແລະ ພ້ອມຈະຮ່ວມມືກັບຜູ້ນໍາທີ່ປະຊາຊົນຊາວຊິຣີເປັນຜູ້ເລືອກ. ທັງກ່າວວ່າ: ຊິຣີຍັງເປັນປະເທດປົກກະຕິທົ່ວໄປທີ່ສາມາດສ້າງການພົວພັນທີ່ດີກັບປະເທດໃກ້ຄຽງ ແລະ ປະຊາຄົມໂລກໄດ້.

          ຂະນະທີ່ບັນດາລັດຖະບານຕາເວັນຕົກ ໂດຍສະເພາະອາເມລິກາກ່າວວ່າ: ຈະເຝົ້າຕິດຕາມສະຖານະການພາຍໃນຊິຣີຢ່າງໃກ້ຊິດ. ພ້ອມປະກາດວ່າ: ອາເມລິກາຈະບໍ່ຈົມປັກສູ່ສົງຄາມກາງເມືອງທີ່ເກີດຂຶ້ນຢູ່ຊິຣີ, ແຕ່ຈະດໍາເນີນການຕ່າງໆ ເພື່ອປ້ອງກັນບໍ່ໃຫ້ກຸ່ມ IS ຟື້ນຄືນຄວາມແຂງແຮງອີກ ໂດຍຈະເນັ້ນໃສ່ຜົນປະໂຫຍດຂອງອາເມລິກາເປັນຫລັກ.

ອ້າງອີງ: